ອົງການຢູນີເຊັບ ມອບຊຸດໂທລະໂຄງ ເພື່ອໂຄສະນາໃຫ້ຄວາມຮູ້ໃຫ້ແກ່ຊຸມຊົນ ກ່ຽວກັບພະຍາດໂຄວິດ-19

ອົງການຢູນີເຊັບ ມອບຊຸດໂທລະໂຄງ ເພື່ອໂຄສະນາໃຫ້ຄວາມຮູ້ໃຫ້ແກ່ຊຸມຊົນ ກ່ຽວກັບພະຍາດໂຄວິດ-19

ອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ສະໜອງລະບົບໂທລະໂຄ່ງຊຸມຊົນ ໃຫ້ສູນກາງສະຫະພັນແມ່ ຍິງລາວຈໍານວນ 50 ຊຸດ ເພື່ອນໍາໃຊ້ໃນການໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານ ແນໃສ່ໃຫ້ຄວາມຮູ້ໃຫ້ແກ່ຊຸມຊົນ ກ່ຽວກັບ ການແຜ່ລະບາດເຊື້ອພະຍາດໂຄວິດ-19 ແລະ ມາດຕະການປ້ອງກັນຄວາມປອດໄພຕ່າງໆ ເພື່ອ ປ້ອງກັນພະຍາດດັ່ງກ່າວ, ຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ

ຮອງປະທານສູນກາງສະຫະພັນແມ່ຍິງລາວ, ທ່ານນາງ ບົວຈັນ ສີຫານາດ ໄດ້ກ່າວວ່າ: ລະບົບໂທລະໂຄ່ງຊຸມຊົນດັ່ງກ່າວ ຈະສະໜອງໃຫ້ແກ່ 50 ບ້ານ ຢູ່ໃນແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ແລະ ເມືອງສັງທອງນະຄອນຫຼວງວຽງຈັນ ເພື່ອໂຄສະນາ ຂໍ້ມູນຂ່າວສານ ໃຫ້ປະຊາຊົນຮັບຊາບກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ-19 ເພື່ອໃຫ້ເຂົາເຈົ້າຮູ້ຈັກຮັກສາຕົນເອງໃຫ້ປອດໄພ ໃນກໍລະນີທີ່ເກີດການແຜ່ລະບາດອີກຮອບໃໝ່, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍທີ່ມີຄວາມສ່ຽງຫຼາຍທີ່ສຸດ.

ການເຜີຍແຜ່ຂໍ້ມູນຂ່າວສານ ເພື່ອປ້ອງກັນພະຍາດດັ່ງກ່າວ ເນັ້ນໃສ່ສົ່ງເສີມການລ້າງມືດ້ວຍສະບູ, ການນຳໃຊ້ຜ້າອັດປາກ-ອັດດັງ ແລະ ການຮັກສາໄລຍະຫ່າງ ແລະ ອື່ນໆ ເພື່ອຮັກສາຕົນເອງໃຫ້ປອດໄພ, ພ້ອມນັ້ນ ຍັງໄດ້ສ້າງຄູ່ມື ແລະ ສະປ໋ອດໂຄສະນາທີ່ສາມາດໃຫ້ຂໍ້ມູນກະຈາຍສຽງໂດຍຜ່ານໂທລະໂຄ່ງທີ່ໄດ້ມອບຮັບໃນຄັ້ງນີ້.

ສໍາລັບ ງົບປະມານ ການຈັດຊື້ອຸປະກອນດັ່ງກ່າວໄດ້ຮັບການສະຫນັບສະຫນູນຈາກລັດຖະບານຂອງສະຫະລັດອາເມລິກາໂດຍຜ່ານອົງການພັດທະນາສາກົນສະຫະລັດອາເມລິກາ (USAID).

ຂໍ້ມູນ: Lao National Radio

Related Articles

Leave a Reply