ຊາວປະມົງ ຫຼື ຜູ້ຫາປາຈໍານວນໜຶ່ງຢູ່ເມືອງໂຂງ ແຂວງຈໍາປາສັກ ຍັງໃຊ້ວິທີຫາປາແບບຜິດກົດໜາຍ ແລະ ບໍ່ຄໍານຶງເຖິງສະພາບແວດລ້ອມ ແລະ ຜູ້ບໍລິໂພກໂດຍການໃຊ້ສານພິດ ຫຼື ສານເຄມີຖອກລົງແມ່ນໍ້າເພື່ອເບືອປາ ຫຼື ຫາປາໂດຍໃຊ້ເວລາພຽງ 5 ນາທີ ແລະ ເມື່ອປາຖືກສານພິດກໍຈະຂຶ້ນມາຟູຫາຍໃຈຢູ່ໜ້ານໍ້າ ແລ້ວກໍ ໃຊ້ອຸປະກອນຫາປາຕັກເອົາ.
ທ່ານ ສົມພອນ ພົນມະນີວົງ ຜູ້ຈັດການດ້ານສິ່່ງແວດລ້ອມ ແລະ ສັງຄົມຂອງເຂື່ອນໄຟຟ້າພະລັງງານນໍ້າ ດອນສະຮົງ ຢູ່ ເມືອງໂຂງ ແຂວງຈໍາປາສັກ ໄດ້ກ່າວຕໍ່ທີມງານໜັງສືພິມວຽງຈັນທາຍ ເມື່ອວັນທີ 6 ມັງກອນ 2021 ທີ່ຜ່ານມາກ່ຽວກັບເລື່ອງດັ່ງກ່າວວ່າ: ການໃຊ້ສານພິດ ຫຼື ສານເຄມີເພື່ອຫາປາແມ່ນມີຢູ່ທົ່ວໄປຢູ່ໃນເມືອງໂຂງ. ປະຈຸບັນນີ້ໄດ້ມີການຈັດຕັ້ງຄະນະສະເພາະກິດ ຢູ່ 6 ບ້ານ ເພື່ອສະກັດກັ້ນວິທີການຫາປາທີ່ຜິດກົດໝາຍ ໂດຍສະເພາະການໃຊ້ສານເຄມີ ແລະ ກວດຄືນກຽ່ວກັບການຫ້າມເຮັດຕ້ອນເພີື່ອດັກເອົາປາ ແລະ ການໃຊ້ມອງເພື່ອຫາປາທີ່ມີການຫ້າມໃນໄລຍະທີ່ຜ່ານມາໂດຍໄດ້ຮັບການສະໜັບສະໜູນ ຈາກເຂື່ອນໄຟຟ້າພະລັງງານນໍ້າດອນສະຮົງ. ເຖິງຢ່າງໃດກໍ່ຕາມ, ມັນກໍ່ເປັນການຍາກທີ່ຈະປ່ຽນແປງວິທີຫາປາຂອງພວກເຂົາ ເພາະມັນເປັນນິໄສ ຫຼື ຄວາມລຶ້ງເຄີຍມາດົນນານແລ້ວທີ່ໃຊ້ວິທີນີ້. ໃນລະດູແລ້ງແມ່ນໍ້າຂອງຈະແຫ້ງ ແລະ ນໍ້າຈະຕື້ນຈຶ່ງເປັນເລື່ອງງ່າຍທີ່ຈະຫາປາດ້ວຍການໃຊ້ສານພິດ.
ທ່ານສົມພອນໄດ້ກ່າວຕື່ມວ່າ: ເມືອງໂຂງເປັນເມືອງທີ່ຮູ້ຈັກກັນມາດົນນານ ສຳລັບການຫາປາ ຊຶ່ງມີປາຈໍານວນຫຼາຍຖືກຈັບຢູ່ທີ່ນີ້ ແລະ ຖືກສົ່ງຂາຍຢູ່ຕະຫລາດພາຍໃນປະເທດ, ການຂາຍປານີ້ເປັນການຄ້າຂາຍທີ່ເປັນສັນຍາລັກຢູ່ເຂດພາກໃຕ້ຂອງລາວ. ປາແມ່ນມາຈາກເສັ້ນທາງນໍ້າ ທຳມະຊາດ ແລະ ເປັນທີ່ນິຍົມເພາະວ່າປະຊາຊົນຮູ້ສຶກວ່າພວກເຂົາກຳລັງກິນອາຫານທີ່ດີຕໍ່ສຸຂະພາບ. ແຕ່ການນຳໃຊ້ສານເຄມີເພື່ອຫາປາ ຈະເຮັດໃຫ້ປາມີສານປົນເປື້ອນສານເຄມີທີ່ສາມາດສ້າງຄວາມອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ ແລະ ອາດກໍ່ໃຫ້ເກີດ ມະເລັງ ຫຼື ອາດເສຍຊີວິດໄດ້.
ຂ່າວ: ວຽງຈັນທາຍ