ຄ່າບໍລິການກວດຫາເຊື້ອໂຄວິດ-19 ຢູ່ລາວແພງກວ່າປະເທດອື່ນ

ຄ່າບໍລິການກວດຫາເຊື້ອໂຄວິດ-19 ຢູ່ລາວແພງກວ່າປະເທດອື່ນ

ພາຍຫຼັງທີ່ມີຂໍ້ຕົກລົງຂອງກະຊວງສາທາລະນະສຸກເມື່ອວັນທີ 22 ທັນວາ 2020 ທີ່ຜ່ານມາ ກ່ຽວກັບການກໍານົດຄ່າບໍລິການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຊຶ່ງມີຄ່າບໍລິການສູງເຖິງ 1,2 ລ້ານກີບ/ຄັ້ງ/ຄົນນັ້ນໄດ້ເຮັດໃຫ້ເກີດມີສຽງວິພາກວິຈານຈາກສັງຄົມ ວ່າຄືແພງແທ້ ແລະ ໃນໄລຍະທີ່ຜ່ານມາເປັນຫຍັງການກວດຈຶ່ງບໍ່ໄດ້ເກັບຄ່າບໍລິການ.
ຫຼ້າສຸດ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຈັດພິທີຖະແຫຼງຂ່າວເມື່ອບໍ່ດົນມານີ້ກ່ຽວກັບຄ່າກວດດັ່ງກ່າວ ໂດຍທ່ານໄດ້ໃຫ້ເຫດຜົນວ່າທີ່ຜ່ານມາບໍ່ໄດ້ເກັບຄ່າກວດຍ້ອນວ່າ ທຶນ ແລະ ອຸປະກອນ ທີ່ໃຊ້ໃນການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ແມ່ນໄດ້ຮັບການຊ່ວຍເຫລືອຈາກສັງຄົມ ແລະ ສາກົນ ແຕ່ປັດຈຸບັນນີ້ເຫນວ່າມີຈໍານວນຈໍາກັດ ແລະ ທຶນໃນການຊື້ອຸປະກອນ ແລະ ນໍ້າຢາກວດຫາເຊື້ອຂອງລັດຖະບານກໍ່ມີຂິດຈໍາກັດເຊັ່ນກັນ ດັ່ງນັ້ນຈຶ່ງໄດ້ມີການສະເໜີໃຫ້ລັດຖະບານພິຈາລະນາກ່ຽວກັບການເກັບຄ່າບໍລິການກວດດັ່ງກ່າວ ເພື່ອຊື້ອຸປະກອນ ແລະ ນໍ້າຢາມາທົດແທນແຮໄວ້ເພື່ອບໍ່ໃຫ້ມັນຂາດແຄນ.
ທ່ານ ຮສ. ດຣ. ບຸນກອງໄດ້ກ່າວຕື່ມວ່າ: ເມື່ອສົມທຽບຄ່າບໍລິການກວດແລ້ວຢູ່ລາວຈະແພງກວ່າປະເທດອື່ນຍ້ອນວ່າທຸກຢ່າງແມ່ນໄດ້ຊື້ ຫຼື ນໍາເຂົ້າຍ້ອນວ່າເຮົາບໍ່ສາມາດຜະລິດເອງໄດ້.
ອີງຕາມຂໍ້ຕົກລົງດັ່ງກ່າວຊີ້ໃຫ້ເຫັນວ່າ: ບຸກຄົນທີ່ຈະຕ້ອງໄດ້ຈ່າຍຄ່າບໍລິການກວດພະຍາດດັ່ງກ່າວ ຈໍານວນ 1,2 ລ້ານກີບນັ້ນແມ່ນບຸກຄົນທີ່ເດີນທາງເຂົ້າ-ອອກດ່ານສາກົນ ແລະ ທ້ອງຖິ່ນຕ່າງໆທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດປະກອບມີກຸ່ມນັກການທູດຕ່າງປະເທດ, ພະນັກງານອົງການຈັດຕັ້ງສາກົນ, ນັກທຸລະກິດ, ບຸກຄົນທົ່ວໄປ, ແຮງງານຕ່າງປະເທດ ແລະ ຜູ້ສະໝັກໃຈກວດ  ແລະ ແຮງງານຄົນລາວ ທີ່ຈະເດີນທາງອອກໄປຕ່າງປະເທດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply