ສໍານັກງານອົງການຈັດຕັ້ງລັດ, ເອກະຊົນ, ໂຮງງານ, ບໍລິສັດໄດ້ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-15 ມັງກອນ 2021 ທີ່ນະຄອນຫຼວງວຽງຈັນ ໂດຍການປະດັບປະດາດອກໄມ້, ດອກໄຟ, ທຸງຊາດ, ທຸງພັກ, ທຸງທິວ ຢູ່ຕາມຈຸດຕ່າງໆ ແລະ ມີການຕິດປ້າຍຄໍາຂວັນຂ້າມທາງຖະໜົນໄກສອນ ພົມວິຫານ, ປະດັບປ້າຍຄໍາຂວັນຕາມເສົາໄຟຄູກາງຖະໜົນລ້ານຊ້າງ, ປະດັບໄຟໃສ່ຕົ້ນໄມ້ເສັ້ນທາງລ້ານຊ້າງ ແລະ ເສັ້ນທາງໄກສອນ ພົມວິຫານ, ປະດັບທຸງຢູ່ວົງວຽນ 450 ປີ, ຕາມຖະໜົນສຸພານຸວົງ, ຖະໜົນເສດຖາທິລາດ ແລະ ຖະໜົນທ່າເດື່ອ (ວົງວຽນຈີ່ນາຍໂມ້) ແລະ ວຽກງານອະນາໄມຕົວເມືອງ ແລະ ອື່ນໆ.

