ອົງການປົກຄອງແຂວງໄຊສົມບູນ ກັບ ບໍລິສັດ ວຽງວອນ ຈໍາກັດຜູ້ດຽວ ແລະ ບໍລິສັດ ຄໍາຮຸ່ງລາວ ມີເນີໂລ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດບ້ານນໍ້າຍອນ, ເມືອງອານຸວົງ ແລະ ເຂດບ້ານນາຕີ, ເມືອງລ້ອງແຈ້ງ ແລະ ໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດບ້ານອອມ, ເມືອງອານຸວົງ ແລະ ຢູ່ເຂດບ້ານຫຼວງພັນໄຊ, ເມືອງລ້ອງແຈ້ງ, ຫວ່າງບໍ່ດົນມານີ້ ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ.
ໃນນັ້ນ, ໄລຍະ 24 ເດືອນ ທັງສອງບໍລິສັດ ຈະຕ້ອງໄດ້ຈັດຕັ້ງປະຕິບັດບັນດາໜ້າວຽກ ຄື: ຊອກຄົ້ນ, ສໍາຫຼວດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ- ເຕັກນິກ ແລະ ສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງ ຄົມ ແລະ ທໍາມະຊາດ.
ສໍາລັບ ໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດບ້ານນໍ້າຍອນ, ເມືອງອານຸວົງ ແລະ ເຂດບ້ານນາຕີ, ເມືອງລ້ອງແຈ້ງ ໃນເນື້ອທີ່ 34 ກິໂລຕາແມັດແມ່ນຂອງບໍລິສັດ ວຽງວອນ ຈໍາກັດຜູ້ດຽວ ແລະ ໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດບ້ານອອມ, ເມືອງອານຸວົງ ແລະ ຢູ່ເຂດບ້ານຫຼວງພັນໄຊ, ເມືອງລ້ອງແຈ້ງ ໃນເນື້ອທີ່ 183,92 ກິໂລຕາແມັດ ແມ່ນຂອງບໍລິສັດ ຄໍາຮຸ່ງ ມີເນີໂລ ຈໍາກັດຜູ້ດຽວ.
ຂໍ້ມູນ: ສຸກສັນ ອ້ວນລິທິກຸນ

