ແຮງງານລາວຈາກຕ່າງປະເທດທີ່ລັກລອບເຂົ້າແຂວງຫຼວງພະບາງແບບຜິດ ກົດໝາຍຈະຖືກປະຕິບັດວິໄນໝົດທຸກຄົນ

ແຮງງານລາວຈາກຕ່າງປະເທດທີ່ລັກລອບເຂົ້າແຂວງຫຼວງພະບາງແບບຜິດ ກົດໝາຍຈະຖືກປະຕິບັດວິໄນໝົດທຸກຄົນ

ທ່ານ ວົງສະຫວັນ ເທບພະຈັນ ຮອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ແຂວງຫຼວງພະບາງ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງບັນດາເຈົ້າເມືອງ 11 ຕົວເມືອງພາຍໃນແຂວງໃຫ້ເພີ່ມທະວີມາດຕະການກວດກາຄົນເຂົ້າ-ອອກ ໂດຍສະເພາະແຮງງານລາວຈາກຕ່າງປະເທດທີ່ອາດຈະມີການລັກລອບເຂົ້າແຂວງຫຼວງພະບາງແບບຜິດກົດໝາຍໂດຍບໍ່ໄດ້ຜ່ານດ່ານ ຊຶ່ງຖ້າພົບເຫັນໃຫ້ໃສ່ວິໄນໝົດທຸກຄົນ ເປັນຕົ້ນແມ່ນຕ້ອງໄດ້ຈ່າຍຄ່າກວດຫາເຊື້ອພະຍາດໂຄວິດ-19 ເປັນມູນຄ່າ 1,2 ລ້ານກີບ/ຄັ້ງ, ຈ່າຍຄ່າສົ່ງ ຫຼື ຄ່າເດີນທາງໄປສູນກັກກັນ ພ້ອມທັງຄ່າອາຫານໃນແຕ່ລະວັນ ນອກນັ້ນຫຼັງຈາກຄົບກໍານົດກັກກັນ 14 ວັນຢູ່ສູນ ແລ້ວ ທຸກຄົນຕ້ອງຖືກປະຕິບັດວິໄນ ແລະ ປັບໃໝຕາມກົດໝາຍບ້ານເມືອງ.

 ການອອກແຈ້ງການດັ່ງກ່າວນີ້ກໍ່ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເນື່ອງຈາກວ່າສະພາບການແຜ່ລະບາດຂອງພະຍາດ COVID-19 ກໍາລັງເປັນໄພຄຸກຄາມຕໍ່ໂລກ ຊຶ່ງການລັກລອບຂອງແຮງງານ ຫຼື ຄົນລາວຈາກຕ່າງປະເທດເຂົ້າມາປະເທດລາວແບບຜິດກົດໝາຍນີ້ອາດຈະນໍາເຊື້ອພະຍາດດັ່ງກ່າວມາແຜ່ ລະບາດພາຍໃນປະເທດໄດ້.

ຂ່າວ: ວຽງຈັນທາຍ 

Related Articles

Leave a Reply