ຄວາມອຸດົມສົມບູນຂອງດິນຟ້າອາກາດ ເຂດພູພຽງບໍລະເວນ ສາມາດພັດທະນາກາເຟທີ່ມີສະມັດຕະພາບສູງ

ຄວາມອຸດົມສົມບູນຂອງດິນຟ້າອາກາດ ເຂດພູພຽງບໍລະເວນ ສາມາດພັດທະນາກາເຟທີ່ມີສະມັດຕະພາບສູງ

ຜູ້ອໍານວຍການ ບໍລິສັດ ສົມໄຊຈະເລີນ ສົ່ງເສີມການກະເສດ ຈໍາກັດຜູ້ດຽວ, ທ່ານ​ ສົມໄຊ ລຸນທະປັນຍາ ໄດ້ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນຫົວຂໍ້ “ການພັດທະນາກາເຟທີ່ມີສະມັດຕະພາບສູງຕິດພັນກັບຕະຫຼາດທີ່ໝັ້ນຄົງ” ວ່າ:  ຄວາມອຸດົມສົມບູນຂອງດິນຟ້າອາກາດຢູ່ເຂດພູພຽງບໍລະເວນ ເຫັນວ່າມີທ່າແຮງສູງໃນການຜະລິດກາເຟ, ສາມາດຍົກສະມັດຕະພາບການຜະລິດໃຫ້ສູງເທົ່າທຽມກັບສະມັດຕະພາບຂອງບັນດາປະເທດຕ່າງໆໄດ້, ບວກກັບການນໍາພາ-ຊີ້ນໍາຂອງຄະນະພັກ-ອໍານາດການປົກຄອງແຂວງຈໍາປາສັກ ໃນການຈັດຕັ້ງຜັນຂະຫຍາຍນະໂຍບາຍສົ່ງເສີມການລົງທຶນ ແລະ ການຜະລິດສິນຄ້າ, ໂດຍສະເພາະບໍລິສັດຂອງ ຕົນທີ່ໄດ້ເລີ່ມໂຄງການປູກກາເຟມາແຕ່ເດືອນ 7 ປີ 2012 ຢູ່ເຂດບ້ານກົງຕູນ, ເມືອງປາກຊ່ອງ ແຂວງຈໍາປາສັກ.

ປັດຈຸບັນ ບໍລິສັດມີເນື້ອທີ່ປູກກາເຟແລ້ວ 125 ເຮັກຕາ ໃນນັ້ນ ມີເນື້ອທີ່ໃຫ້ໝາກຈໍານວນ 100 ເຮັກຕາ, ຊຶ່ງ 3ປິ ຜ່ານມານີ້ ບໍ່ມີຕົ້ນກາເຟຕາຍຍ້ອນພະຍາດ, ບົ້ງແມງ ແລະ ໄພທໍາມະຊາດແຕ່ຢ່າງໃດ ທັງຍັງໃຫ້ໝາກຢ່າງສະໝ່ຳສະເໝີ ແລະ ເພີ່ມຂຶ້ນ, ໂດຍສະເພາະ ບໍລິສັດ ສາມາດສໍາເລັດບາດກ້າວທໍາອິດຂອງການປູກ ແລະ ບໍາລຸງລ້ຽງກາເຟໃຫ້ມີສະມັດຕະພາບສູງ, ມີຄຸນນະພາບ ແລະ ມີຕະຫຼາດທີ່ໝັ້ນຄົງ, ສະແດງອອກໃນຕົວເລກການຜະລິດ ເຊັ່ນ : ປີ 2018 ເກັບກາເຟໃນເນື້ອທີ່ 70 ເຮັກຕາ ໄດ້ກາເຟ 1.450 ໂຕນ (ຫມາກແດງ), ປີ 2019 ເກັບກາເຟໃນເນື້ອທີ່ 80 ເຮັກຕາ ໄດ້ກາເຟ 1.750 ໂຕນ (ຫມາກແດງ) ແລະ  ປີ 2020 ເກັບກາເຟໃນເນື້ອທີ່ 100 ເຮັກຕາ, ຄາດວ່າ ຈະໄດ້ກາເຟຢູ່ 2.100 ໂຕນ (ຫມາກແດງ), ຊຶ່ງໃນລະດູການເກັບກ່ຽວ ມີປະຊາຊົນເຂົ້າມາເກັບຫມາກກາເຟ ແລະ ສ້າງລາຍຮັບໃຫ້ເຂົາເຈົ້າບໍ່ຕ່ໍາກ່ວາ 70.000 ກີບຕໍ່ວັນໃນໄລຍະ 4 ເດືອນ.

ທ່ານ​ ສົມໄຊ ລຸນທະປັນຍາ ໄດ້ກ່າວອີກວ່າ: ເພື່ອໃຫ້ຕະຫຼາດສົ່ງອອກມີຄວາມໝັ້ນຄົງ ຕົນຄິດວ່າ ແຕ່ລະກຸ່ມບໍລິສັດຜູ້ຜະລິດ ແລະ ສົ່ງອອກກາເຟ ຕ້ອງມີກາເຟເພື່ອກຽມສົ່ງອອກຢ່າງໜ້ອຍ 5.000 ໂຕນ ຕ້ອງມີເນື້ອທີ່ປະ 2.000-2.500 ເຮັກຕາຂຶ້ນໄປ ຈຶ່ງຈະສາມາດຮອງຮັບ ແລະ ຄໍ້າປະກັນການເຊັນສັນຍາຊື້ຂາຍລ່ວງໜ້າກັບຕ່າງປະເທດໄດ້.​

ການສົ່ງເສີມການປູກ-ບໍາລຸງລ້ຽງກາເຟ ຢູ່ພູພຽງບໍລະເວນໃຫ້ມີສະມັດຕະພາບສູງ ແລະ ຄຸນນະພາບດີ ຕາມບົດຮຽນຕົວຈິງທີ່ບໍລິສັດໄດ້ດໍາເນີນມາ, ຊຶ່ງໃນປີ 2020 ຜ່ານມາ ໄດ້ມີກຸ່ມສະຫະກອນຜູ້ຜະລິດ ແລະ ສົ່ງອອກກາເຟ ຂອງເມືອງປາກຊ່ອງ, ເມືອງເລົ່າງາມ, ເມືອງທ່າແຕງ ແລະ ຈາກບໍລິສັດຜູ້ລົງທຶນປູກກາເຟເປັນສິນຄ້າຂອງຕ່າງປະເທດຈໍານວນໜຶ່ງເຂົ້າມາທັດສະນະສຶກສາ, ແລກປ່ຽນຖອດຖອນບົດຮຽນ ແລະ ໄດ້ຢັ້ງຢືນວ່າ ການພັດທະນາກາເຟ ຂອງຕົນມີສະມັດຕະພາບສູງ, ຄຸນນະພາບດີ ແລະ ມີຕະຫຼາດທີ່ໝັ້ນຄົງ.

ດັ່ງນັ້ນ ບໍລິສັດ ຈຶ່ງມີແນວຄວາມຄິດຈະສົ່ງເສີມ ແລະ ຜັນຂະຫຍາຍການຜະລິດກາເຟທີ່ມີສະມັດຕະພາບສູງ, ມີຄຸນນະພາບ ແລະ ຕະຫຼາດຫມັ້ນຄົງ ຮ່ວມກັບປະຊາຊົນຊາວສວນຜູ້ສະໝັກໃຈ ປະຕິບັດນະໂຍບາຍ 2+3 ຂອງລັດຖະບານລາວ, ພ້ອມນັ້ນ ຂໍສະເໝີຕໍ່ພາກລັດຊ່ວຍສ້າງເງື່ອນໄຂໃນການເຂົ້າເຖິງແຫຼ່ງທຶນ ສົ່ງເສີມດອກເບ້ຍບໍ່ສູງໃຫ້ບໍລິສັດ ແລະ ຊາວສວນໄດ້ກູ້ຢືມເພື່ອທໍາການຜະລິດ ຊຶ່ງຕ້ອງມີຕົ້ນທຶນການໃຊ້ຈ່າຍ ແລະ ຄວນປັບປຸງຮູບແບບການຈັດຕັ້ງການຜະລິດເປັນກຸ່ມ ຫຼື ສະຫະກອນ ເພື່ອໃຫ້ຜູ້ຜະລິດມີຄວາມເຂັ້ມແຂງ ແລະ ຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ; ເຈລະຈາເປີດຕະຫຼາດກາເຟກັບຕ່າງປະເທດໃຫ້ກວ້າງຂວາງໂດຍສະເພາະກັບປະເທດເພື່ອນບ້ານ.

ຂໍ້ມູນ: Lao national Radio

Related Articles

Leave a Reply