ອໍານາດການປົກຄອງ ແຂວງສະຫວັນນະເຂດໃຫ້ຮູ້ວ່າ: ໃນໄລຍະ ປີ 2020 ຜ່ານມາ, ແຂວງ ສະຫວັນນະເຂດ ໄດ້ສຸມໃສ່ສ້າງທຸກເງື່ອນໄຂ ເພື່ອໃຫ້ເມືອງນອງ ເປັນເມືອງພົ້ນທຸກຕາມມະຕິຂອງສະພາຮັບຮອງ ຊຶ່ງໄດ້ຈັດສັນຫຼາຍ ແຫຼ່ງທຶນເຂົ້າໃນການພັດທະນາ 23 ໂຄງ ການ, ມູນຄ່າ 7,18 ຕື້ກີບ ໃນນັ້ນ ມີທຶນ ງົບປະມານຂອງລັດ 6 ໂຄງການ, ມູນຄ່າ 2,9 ຕື້ກີບ, ທຶນປະກອບສ່ວນຈາກນັກທຸລະກິດ 3 ໂຄງ ການ, ມູນຄ່າ 2 ຕື້ກີບ ແລະທຶນຂອງກອງທຶນຫຼຸດ ຜ່ອນຄວາມທຸກຍາກ 13 ໂຄງການ, ມູນຄ່າ 1,88 ຕື້ກີບ ໂດຍປະກອບມີປະເພດກິດຈະກຳຕ່າງໆເປັນຕົ້ນ: ການເຈາະນ້ຳບາດານ 26 ບໍ່, ກໍ່ສ້າງຊົນລະ ປະທານຂະໜາດນ້ອຍ 5 ແຫ່ງ, ກໍ່ສ້າງໂຮງຮຽນອະນຸບານ 1 ແຫ່ງ, ປັບປຸງເຄືອຂ່າຍ ໂທລະຄົມຢູ່ບ້ານໃຈກາງຈຸດສຸມ, ສົ່ງເສີມປູກກ້ວຍ 3 ບ້ານ, ມີ 169 ຄອບຄົວ, ຈຳນວນ 50 ພັນໜໍ່, ສົ່ງເສີມປູກມັນຕົ້ນ 1 ບ້ານ, ມີ 74 ຄອບຄົວໃນ ເນື້ອທີ່ 78 ເຮັກຕາ, ສະໜອງແນວພັນງົວໃຫ້ປະ ຊາຊົນ 23 ຄອບຄົວ, ມີຈຳນວນ 23 ໂຕ, ສະໜອງແນວພັນໝູ ໃຫ້ປະຊາຊົນຈຳນວນ 130 ໂຕ, ໂຄງການປັບປຸງ-ສ້ອມແປງເສັ້ນທາງ ແລະຂົວຂະ ໜາດນ້ອຍ 10 ໂຄງການ, ກໍ່ສ້າງລະບົບນ້ຳລິນ 1 ໂຄງການ, ສົ່ງເສີມລ້ຽງງົວ 1 ໂຄງການ ແລະ ການສົ່ງເສີມປູກພືດອື່ນໆ ເພື່ອບໍລິໂພກພາຍໃນຄອບຄົວຂອງປະຊາຊົນຢູ່ບ້ານຕ່າງໆ ໃນນັ້ນໄດ້ປະຕິບັດ ສຳເລັດແລ້ວ ພ້ອມນັ້ນກໍ່ໄດ້ເອົາໃຈໃສ່ຊຸກຍູ້ຕິດຕາມ ຂະບວນການຜະລິດຂອງປະ ຊາຊົນທີ່ມີແລ້ວເຊັ່ນ: ການປູກ ກ້ວຍ, ມັນຕົ້ນ, ໄມ້ວິກ, ຢາງ ພາລາ ແລະອື່ນໆ ໃຫ້ໄດ້ຮັບ ຜົນດີ ໂດຍປະຕິບັດສຳເລັດແລ້ວ 10 ໂຄງການ ແລະ ຈະສືບຕໍ່ ໃນຕົ້ນປີ 2021 ນີ້ ອີກຈຳນວນ 13 ໂຄງການ.
ຂ່າວ-ພາບ: ໜສຂ

