ຄະນະທິມງານໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກດ້ານຄວາມປອດໄພທາງຫຼວງຂັ້ນ ແຂວງ ອຸດົມໄຊ ໄດ້ລົງໂຄສະນາເຜີຍແຜ່ຄວາມຮູ້ ກ່ຽວກັບຄວາມປອດໄພທາງຖະໜົນຫຼວງ ເພື່ອຫຼຸດຜ່ອນການເກິດອຸບັດຕິເຫດ, ຢູ່ໂຮງຮຽນມັດທະຍົມສຶກສາສົມບູນເທດສະບານ ແລະ ມັດທະຍົມສຶກສາສົມບູນໄຊຊະນະ ເມືອງປາກແບງ ແຂວງ ອຸດົມໄຊ ເມື່ອບໍ່ດົນມານີ້.
ຈຸດປະສົງຄັ້ງນີ້ ເພື່ອ ສ້າງຄວາມເຂົ່ໍ້າໃຈໃຫ້ບັນດານັກຮຽນ ກ່ຽວກັບກົດລະບຽບຈະລາຈອນ, ຫຼັກການຂີ່ລົດ ປອດໄຟຕາມຖະໜົນ, ຄວາມອັນຕະລາຍທີ່ເກີດຈາກອຸບັດຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ. ພ້ອມນັ້ນ ຍັງເລັ່ງໃສ່ວຽກງານການໂຄສະນາສຶກສາອົບຮົມ ປູກຈິດສຳນຶກໃຫ້ຜູ້ໃຊ້ລົດໃຊ້ຖະໜົນໃຫ້ເຂົ້າໃຈ ຮັບຮູ້ ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພຂອງການສັນຈອນ, ຄວາມເປັນລະບຽບທາງຖະໜົນ ຂອງຜູ້ຂັບຂີ່ ແລະ ອື່ນໆ, ສະເໜີ ໂດຍ ຮັກສາການຫົວໜ້າຂະແໜງຂົນສົ່ງ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ, ຄະນະທິມງານໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກດ້ານຄວາມປອດໄພທາງຫຼວງຂັ້ນ ແຂວງ, ທ່ານ ຄໍາເຜົ້າອິນແກ້ວມະນີ.
ສໍາລັັບ ປີ 2020 ຜ່ານມານີ້ ແຂວງ ອຸດົມໄຊ ໄດ້ເກີດອຸບັດເຫດທັງໝົດ 300 ກໍລະນີ, ມີຜູ້ເສຍຊີວິດເຖິງ 39 ຄົນ, ສ່ວນໃຫ່ຍຍ້ອນການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ເປັນສາເຫດໃຫ້ເກີດອຸບັດເຫດ, ໂດຍສະເພາະ ແມ່ນກຸ່ມຄົນທີ່ກໍາລັງສຶກສາ, ຮໍ່າຮຽນ ເນື່ອງຈາກເປັນຜູ້ນໍາໃຊ້ລົດໃຊ້ຖະໜົນຫຼາຍກວ່າກຸ່ມຄົນທົ່ວໄປ ທີ່ຍັງບໍ່ທັນຮູ້ເຖິງລະບຽບການສັນຈອນຢ່າງເລິກເຊິ່ງ.
ຂໍ້ມູນ: ປກສ ແຂວງອຸດົມໄຊ
ຮູບ: ໜ່ວຍກູ້ໄພ

