ທ່ານເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໂລມາຄໍາໄດ້ໃຊ້ຊັບສິນສ່ວນຕົວ ເພື່ອປະກອບສ່ວນແກ້ໄຂຄວາມທຸກຍາກຂອງ ປະຊາຊົນຢູ່ບ້ານຄໍາປ່າແໜ ເມືອງຊົນນະບູລີ ແລະ ບ້ານປ່າກ້ວຍ ເມືອງຈໍາພອນ ແຂວງສະຫວັນນະເຂດ ລວມ 261 ຄອບຄົວ ທີ່ດໍາລົງຊີວິດແບບເລື່ອນລອຍ ຫຼື ຂໍທານ ຫັນມາສຸມໃສ່ການປູກຝັງ ແລະ ລຽ້ງສັດ.
ທ່ານ ເກຍ ອູ໊ສິດທິເດດ ໄດ້ລາຍງານທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ບ້ານຄໍາປ່າແໜ ແລະ ບ້ານປ່າກ້ວຍ ມີທັງໝົດ 261 ຄອບຄົວ, ມີ 1.528 ຄົນ, ເປັນເຂດຊົນນະບົດ, ເປັນດິນປ່າໂຄກປົນຊາຍ, ຫີນແຮ່, ແຫ້ງແລ້ງ ແລະ ຂາດແຫຼ່ງນໍ້າ, ເຊິ່ງການດໍາລົງຊີວິດຂອງປະຊາຊົນຈໍານວນໜຶ່ງແມ່ນເຮັດນາແຕ່ບໍ່ກຸ້ມກິນ ແລະ ອີກຈໍານວນໜຶ່ງແມ່ນອາໄສການຂໍທານລ້ຽງຊີບມາແຕ່ດົນ. ອີງຕາມໜັງສືປຸກລະດົມຂໍການຊ່ວຍ ເຫຼືອນໍາພາກສ່ວນທຸລະກິດຂອງທ່ານເຈົ້າເມືອງຈໍາພອນ ໂດຍຜ່ານການເຫັນ ດີຂອງທ່ານເຈົ້າແຂວງ, ຕົນເອງຍິນດີໃຫ້ການຊ່ວຍເຫຼືອ ໂດຍໄດ້ເຊັນບົດ ບັນທຶກ ໃຫ້ການຊ່ວຍເຫຼືອ 1 ປີ (2016), ພາຍຫຼັງຈັດຕັ້ງປະຕິບັດໄດ້ 1 ປີເຫັນວ່າໄດ້ຮັບຜົນດີ ແລະ ຈາກນັ້ນທ່ານເຈົ້າແຂວງຈຶ່ງໄດ້ອອກຂໍ້ຕົກລົງໃຫ້ສືບຕໍ່ອີກ 2 ປີ (2017-2018). ການຊ່ວຍເຫຼືອໄລຍະທີ 1ມີ 27 ຄອບຄົວ ແລະ ໄລຍະທີ 2 ເພີ່ມອີກ 50 ຄອບຄົວ, ເຊິ່ງລວມ 3 ປີ ມີທັງໝົດ 77 ຄອບຄົວ, ຈໍານວນ 482 ຄົນ.
ທ່ານ ເກຍ ໄດ້ກ່າວຕື່ມວ່າ: ໃນໄລຍະ 3 ປີຜ່ານມາ, ສິ່ງທີ່ໄດ້ປະກອບໃຫ້ກັບປະຊາຊົນທັງ 2 ບ້ານມີຄື: ສ້າງຕັ້ງກອງທຶນເຂົ້າກິນ, ໃຫ້ອາຫານການກິນ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງມື ແລະ ກົນຈັກຮັບໃຊ້ການຜະລິດ, ພາຫະນະບໍລິຫານ, ສະໜອງດິນປຸກສ້າງພ້ອມປຸກເຮືອນເຄິ່ງຖາວອນໃຫ້ ແລະ ສ້ອມແປງເຮືອນເກົ່າ, ສະໜອງດິນທໍາການຜະລິດ, ເຈາະນໍ້າບາດານ, ສ້າງບ່ອນຮຽນຮູ້ຖ່າຍທອດກິດຈະກໍາຕ່າງໆ, ຈົກໜອງປາ,ໃຫ້ແນວພັນສັດລ້ຽງ, ຈັດສັນດິນປຸກສ້າງໂຮງຮຽນ, ໂຮງໝໍນ້ອຍ, ຕະຫຼາດນ້ອຍ, ສ້າງຫ້ອງການບ້ານ, ສະໂມສອນ, ສ້າງວິດຖ່າຍ, ສ້າງກອງທຶນສຸຂະພາບ, ສ້າງສາງເກັບມ້ຽນເຂົ້າ, ຕັ້ງໂຮງສີເຂົ້າ, ຕັ້ງກອງທຶນເຂົ້າເປືອກ, ສ້າງທາງໃໝ່ ແລະ ອື່ນໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ.

