ບໍ່ນໍ້າຮ້ອນປຸ່ງເລາະເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍສົດງົດງາມ, ເປັນບໍ່ນໍ້າຮ້ອນທີ່ ເກີດຂຶ້ນຢູ່ທ່າມກາງຄວາມເຢັນຂອງແມ່ນໍ້າ, ເປັນສິ່ງມະຫັດສະຈັນຫຼາຍ ໂດຍບໍ່ນໍ້າຮ້ອນນີ້ຕັ້ງ ຢູ່ບ້ານປຸ່ງເລາະ ເມືອງເມິງ ແຂວງບໍ່ແກ້ວ ຊຶ່ງເປັນເຂດແດນລະຫວ່າງເມືອງເມິງ ແລະ ເມືອງຕົ້ນເຜິ້ງ ຫ່າງຈາກເທສະບານເມືອງ 62 ກິໂລແມັດ ແລະ ຈາກການທີ່ຕັ້ງຢູ່ເຂດແດນລະຫວ່າງ 2 ເມືອງ. ປັດຈຸບັນເຂດດັ່ງກ່າວໄດ້ມີບໍລິສັດເຂົ້າ ມາສໍາປະທານ ເພື່ອປັບປຸງເປັນສະຖານທີ່ ທ່ອງທ່ຽວໃນອະນາຄົດ. ສະເພາະການເດີນທາງໄປຍັງສະຖານທີ່ດັ່ງກ່າວແມ່ນສາມາດເຂົ້າໄປໄດ້ທັງ 2 ທາງຄື: ເຂົ້າທາງເມືອງຕົ້ນເຜິ້ງ ຫຼື ເມືອງເມິງກໍ່ໄດ້, ບໍລິເວນດັ່ງກ່າວເປັນສະຖານທີ່ທີ່ເໝາະຕໍ່ການທ່ອງທ່ຽວເພື່ອພັກຜ່ອນຢ່ອນອາລົມແບບສະບາຍ ແລະ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດໃນແບບສຸຂະພາບເນື່ອງຈາກມີ ການກ່າວຂານກັນວ່າ: ນໍ້າຮ້ອນສາມາດປິ່ນປົວສຸຂະພາບໄດ້ໂດຍສະເພາະພະຍາດຜິວໜັງ, ນອກນັ້ນເມື່ອນັກທ່ອງທ່ຽວມາທ່ຽວຊົມສະຖານທີ່ແຫ່ງນີ້ກໍ່ຍັງຈະໄດ້ສຶກສາ ຫຼື ສໍາຜັດວິຖີຊີວິດວັດທະນະທຳທີ່ງົດງາມຂອງຊົນເຜົ່າອາຄາ ແລະ ເຜົ່າມູເຊີ ອີກດ້ວຍ.
ເປັນຫຍັງຈຶ່ງໃສ່ຊື່ວ່າບໍ່ນໍ້າຮ້ອນປຸງເລາະ ? ປະຊາຊົນເຂດດັ່ງກ່າວບອກວ່າ ເມື່ອກ່ອນສະຖານທີ່ນີ້ມີປຸ່ງ (ບໍ່ນໍ້າ) ໂດຍມີສັດປ່າມັກລົງມາອາໄສຢູ່ເປັນຈໍານວນຫຼາຍ ຂະນະທີ່ຊາວບ້ານເອງກໍ່ໄດ້ທໍາມາຫາກິນ ຢູ່ເຂດ ນັ້ນ ແລະ ເມື່ອໄດ້ສັດມາກໍ່ຈະເອົາຈຸ່ມບໍ່ນໍ້າຮ້ອນດັ່ງກ່າວ ເພື່ອລອກໜັງ ຫຼື ຂົນອອກຈຶ່ງເອີ້ນວ່າ: “ ປຸ່ງລອກ ” ແຕ່ວ່າຊົນເຜົ່າທີ່ອາໄສຢູ່ເຂດນັ້ນອາດຈະເວົ້າພາ ສາລາວບໍ່ໄດ້ດີເທົ່າທີ່ຄວນ ຈຶ່ງເຮັດໃຫ້ພ້ຽນມາເປັນ “ ປຸ່ງເລາະ ” ຈົນຮອດທຸກມື້ນີ້.
ຂະນະນີ້ການບໍລິການຢູ່ບໍລິເວນດັ່ງກ່າວຍັງບໍ່ທັນມີຫຍັງເທື່ອແຕ່ກໍ່ມີປະຊາຊົນບ້ານປຸ່ງເລາະບົວລະບັດຮັກສາ ແລະ ເຮັດຕູບບໍລິການນັກທ່ອງທ່ຽວ.
ໂດຍ: ຄົນສັນຈອນ

