ອາເມລິກາ ມອບ ພາຫະນະ ແລະ ອຸປະກອນ ໃຫ້ແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ

ອາເມລິກາ ມອບ ພາຫະນະ ແລະ ອຸປະກອນ ໃຫ້ແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ

ລັດຖະບານສະ​ຫະ​ລັດ​ອາ​ເມ​ລິ​ກາ ​ໄດ້ ມອບພາຫະນະໃໝ່ ຈຳນວນ 16 ຄັນ ແລະ ເຄື່ອງກວດລະເບີດຈຳນວນ 134 ເຄື່ອງ ໃຫ້ ທີມເກັບກູ້ລະເບີດເຄື່ອນທີ່ທີ່ປະຈຳຢູ່ແຂວງ ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື ແລະ ຫົວພັນ.

ພິທີມອບ-ຮັບພາຫະນະ ແລະ ອຸປະກອນດັ່ງກ່າວໄດ້ຈັດຂຶ້ນວັນທີ 19 ມັງກອນ 2021 ທີ່ຜ່ານມາ ຢູ່ສູນຝຶກອົບຮົມຂອງໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວຕາງໜ້າຮັບໂດຍ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ມອບໂດຍ ທ່ານ ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາສປປ ລາວ.

ທ່ານ ດຣ. ປີເຕີ ເຮມ໋ອນ ໄດ້ກ່າວໃນພິທີວ່າ: “ພວກເຮົາມີຄວາມຍິນດີຫຼາຍ ທີ່ສະມາຊິກທີມງານຂອງ ຄກລ (UXO Lao) ທີ່ມີຄວາມຫ້າວຫັນຈະໄດ້ມີອຸປະກອນທີ່ມີຄວາມພ້ອມໃນການປະຕິບັດວຽກງານທີ່ສໍາຄັນຂອງບັນດາເຈົ້າຫນ້າທີ່ ຢູ່ເຂດຫ່າງໄກສອກຫຼີກໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.”

ປີ 2021 ແມ່ນປີຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມຂອງສະຫະລັດອາເມລິກາ ແລະ ສປປ ລາວ. ການຊ່ວຍເຫຼືອນີ້ແມ່ນສ່ວນໜຶ່ງຂອງການຮ່ວມມືລະຫວ່າງ ສະ​ຫະ​ລັດ​ອາ​ເມ​ລິ​ກາ ແລະ ສປປ ລາວ ໃນການເຮັດວຽກເພື່ອບັນລຸເປົ້າ  ໝາຍຂອງການພັດທະນາແບບຍືນຍົງ ທີ່ 18 (SDG 18) – ການລົບລ້າງລະເບີດບໍ່ທັນແຕກທີ່ເປັນສິ່ງກີດຂວາງຕໍ່ການພັດທະນາ ພາຍໃນປີ 2030.

ຂ່າວ-ພາບ: ວຽງດາວັນ

Related Articles

Leave a Reply