ສື່ມວນຊົນລາວຕ້ອງເປັນຄູຂອງປະຊາຊົນ, ຂົວເຊື່ອມໂຍງລາວສູ່ໂລກ ແລະ ກຳແພງປ້ອງກັນຂ່າວປອມ

ສື່ມວນຊົນລາວຕ້ອງເປັນຄູຂອງປະຊາຊົນ, ຂົວເຊື່ອມໂຍງລາວສູ່ໂລກ ແລະ ກຳແພງປ້ອງກັນຂ່າວປອມ

ຂະນະທີ່ກອງປະຊຸມໃຫຍ່ສື່ມວນຊົນທົ່ວປະເທດ ຄັ້ງທີ I ກຳລັງຈະຈັດຂຶ້ນໃນໄວໆນີ້ ທີ່ນະຄອນຫຼວງວຽງຈັນ ເພື່ອທົບທວນຜົນງານຂອງວົງການສື່ມວນຊົນຕະຫຼອດ 76 ປີ ແລະ ກຳນົດທິດທາງການພັດທະນາໃນໄລຍະຕໍ່ໜ້າ, ໜັງສືພິມວຽງຈັນທາຍໃນເມື່ອບໍ່ດົນມານີ້ ໄດ້ສຳພາດພິເສດ ກັບ ທ່ານ ນາງ ມະໄລວຽງ ສາກົນນິຍົມ ອະດີດເອກອັກຄະລັດຖະທູດ ແລະ ນັກຂຽນອາວຸໂສ ແລະ ບັນນາທິການປື້ມທີ່ຂຽນໂດຍ ປະທານປະເທດ ທ່ານ ທອງລຸນ ສີສຸລິດ “ ຈົດໝາຍເຖີງ ຫຼານ” ກ່ຽວກັບທິດທາງຂອງສື່ມວນຊົນລາວໃນຍຸກດິຈິຕອນ.

ສຳລັບທ່ານ ມະໄລວຽງ, ການປັບຕົວຂອງສື່ມວນຊົນລາວບໍ່ແມ່ນພຽງການນຳເອົາເຕັກໂນໂລຊີໃໝ່ມາໃຊ້ ແຕ່ເປັນການປ່ຽນແປງວິທີຄິດ ແລະ ບົດບາດຂອງສື່ໃຫ້ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ. ທ່ານໄດ້ສະເໜີ 3 ການປ່ຽນແປງສຳຄັນ ທີ່ສື່ມວນຊົນລາວຄວນດຳເນີນໃນໄລຍະຕໍ່ໄປ.

ປະການທຳອິດ ຄື ການປ່ຽນຈາກ “ການປະກາດ” ສູ່ “ການອະທິບາຍ”. ທ່ານກ່າວວ່າ ໃນຍຸກດິຈິຕອນ ປະຊາຊົນບໍ່ໄດ້ຂາດເຂີນຂ່າວສານ ແຕ່ຂາດຄວາມເຂົ້າໃຈ. ດັ່ງນັ້ນ ພາລະກິດຂອງສື່ຄືການອະທິບາຍນະໂຍບາຍ, ກົດໝາຍ ແລະ ໂຄງການພັດທະນາ ໃຫ້ກາຍເປັນເນື້ອຫາທີ່ປະຊາຊົນເຂົ້າໃຈງ່າຍ ແລະ ນຳໄປໃຊ້ໄດ້ໃນຊີວິດຈິງ.

“ຖ້າຊາວກະສິກອນເຂົ້າໃຈວ່າ ລົດໄຟຊ່ວຍໃຫ້ເຂົາຂາຍສິນຄ້າໄດ້ໄວຂຶ້ນ ແລະ ສ້າງລາຍໄດ້ຫຼາຍຂຶ້ນແນວໃດ ນັ້ນກໍໝາຍຄວາມວ່າ ສື່ມວນຊົນໄດ້ຮັບໃຊ້ການພັດທະນາຊາດຢ່າງແທ້ຈິງ,” ທ່ານ ນາງ ມະໄລວຽງ ກ່າວເນັ້ນ.

ປະການທີສອງ ຄື ການປ່ຽນຈາກການມຸ່ງເນັ້ນສະເພາະພາຍໃນທ້ອງຖີ່ນ ສູ່ການເຊື່ອມໂຍງ ສປປ ລາວ ກັບໂລກ. ທ່ານເຫັນວ່າ ສື່ລາວຄວນນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ AI ເພື່ອຜະລິດເນື້ອຫາຫຼາຍພາສາ ພ້ອມທັງນຳສະເໜີວັດທະນະທຳ, ຄວາມສາມາດຂອງຄົນລາວ ແລະ ຜູ້ປະກອບການລາວ ສູ່ສາຍຕາຂອງນານາຊາດ.

“ສື່ມວນຊົນທີ່ສາມາດແປເລື່ອງຂອງຊາດໃຫ້ຊາວໂລກເຂົ້າໃຈໄດ້ ແມ່ນສື່ທີ່ມີອຳນາດທາງການທູດ ຫຼື Soft Power.”

ປະການທີສາມ ຄື ການຮັກສາຈັນຍາບັນ ແລະ ຄວາມໜ້າເຊື່ອຖື ໃນຍຸກ AI. ທ່ານເນັ້ນວ່າ ຈຸດແຂງຂອງສື່ວິຊາຊີບບໍ່ແມ່ນຄວາມໄວ ແຕ່ແມ່ນຄວາມຖືກຕ້ອງ, ການກວດສອບຂໍ້ມູນ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ.

“ເວົ້າເຖິງຄວາມໄວ ອາດສູ້ TikTok ບໍ່ໄດ້, ແຕ່ເວົ້າເຖິງຄວາມຈິງ ຍັງສາມາດສູ້ໄດ້.”

ທ່ານຍັງສະເໜີວ່າ ສື່ມວນຊົນຄວນລົງທຶນໃນລະບົບກວດສອບຂໍ້ມູນ (Fact Checking) ແລະ ພັດທະນາຖານຂໍ້ມູນຂ່າວ ເພາະຂ່າວທີ່ຖືກຕ້ອງ ແລະ ຜ່ານການກວດສອບ ອາດຈະບໍ່ໄດ້ເຜີຍແຜ່ໄວທີ່ສຸດ ແຕ່ຈະສ້າງຄວາມໄວ້ວາງໃຈຈາກສັງຄົມໄດ້ໃນໄລຍະຍາວ.

ໃນທັດສະນະຂອງທ່ານ ສື່ມວນຊົນລາວໃນອະນາຄົດຄວນຍຶດໝັ້ນ 3 ພາລະກິດຫຼັກ ຄື ເປັນຄູຂອງປະຊາຊົນໃນການສ້າງຄວາມຮູ້ ແລະ ຄວາມເຂົ້າໃຈ, ເປັນຂົວເຊື່ອມໂຍງລາວກັບໂລກ ຜ່ານການສ້າງພາບລັກ ແລະ Soft Power ຂອງປະເທດ, ພ້ອມທັງເປັນກຳແພງປ້ອງກັນຂ່າວປອມ ແລະ ເປັນຫຼັກປະກັນແຫ່ງຄວາມຈິງ.

ທ່ານເຊື່ອວ່າ ຖ້າສື່ມວນຊົນລາວສາມາດປັບປ່ຽນຕາມແນວທາງດັ່ງກ່າວໄດ້ ບໍ່ພຽງແຕ່ຈະຢູ່ລອດໃນຍຸກດິຈິຕອນເທົ່ານັ້ນ ແຕ່ຍັງຈະກາຍເປັນພະລັງສຳຄັນໃນການນຳພາສັງຄົມ ແລະ ຂັບເຄື່ອນການພັດທະນາຂອງປະເທດ.

ໃນຕອນທ້າຍ, ທ່ານ ນາງ ມະໄລວຽງ ໄດ້ອວຍພອນໃຫ້ກອງປະຊຸມໃຫຍ່ສື່ມວນຊົນທົ່ວປະເທດ ຄັ້ງທີ I ປະສົບຜົນສຳເລັດ ແລະ ກາຍເປັນຈຸດເລີ່ມຕົ້ນຂອງການຍົກລະດັບວົງການສື່ມວນຊົນລາວ ໃຫ້ທັນສະໄໝ ແລະ ຕອບສະໜອງຄວາມທ້າທາຍຂອງຍຸກໃໝ່.

Related Articles

Leave a Reply