ສປປ ລາວ ມີຄວາມອຸດົມສົມບູນ ແລະ ມີທ່າແຮງສູງໃນການພັດທະນາການທ່ອງທ່ຽວ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ນອກນັ້ນ ຍັງມີຊັບພະຍາກອນການທ່ອງທ່ຽວທີ່ໂດດເດັ່ນ ສາມາດຍູ້ແຮງໃຫ້ຂະແໜງການຕ່າງໆທີ່ປິ່ນອ້ອມພັດທະນາຄວບຄູ່ກັນໄປ.
ສະຫາຍ ອຸ່ນທວງ ຂາວພັນ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ໄດ້ກ່າວທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ Ⅺ ຂອງພັກ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ກຽ່ວກັບ ການພັດທະນາການທ່ອງທ່ຽວ ວ່າ: ທົ່ວປະເທດມີແຫຼ່ງທ່ອງທ່ຽວທັງໝົດຈໍານວນ 2.208 ແຫ່ງ, ໃນນີ້, ແຫຼ່ງທ່ອງທ່ຽວທາງທໍາມະຊາດ 1.318 ແຫ່ງ, ວັດທະນະທໍາ 596 ແຫ່ງ, ປະຫວັດສາດ 294 ແຫ່ງ, ຊຶ່ງໃນນັ້ນ ກໍ່ມີ ມໍລະດົກລາວທີ່ໂດດເດັ່ນ ໄດ້ຖືກຮັບຮອງເປັນມໍລະດົກໂລກ ເຊັ່ນ: ເມືອງຫຼວງພະບາງ, ວັດພູຈຳປາສັກ ແລະ ທົ່ງໄຫຫີນຊຽງຂວາງ ແລະ ສຽງແຄນເຊື້ອຊາດລາວ ທີ່ເປັນມໍລະດົກທາງດ້ານນາມມະທຳ.
ນອກຈາກນີ້ຍັງມີ: ພູຫີນໜາມໜໍ່, ຖ້ຳນ້ຳລອດ, ຖໍ້າຂະໜາດນ້ອຍ ແລະ ໃຫຍ່ຫຼາຍແຫ່ງຢັ່ງຢາຍຢູ່ບັນດາແຂວງໃນທົ່ວປະເທດ; ມີນ້ຳຕົກຕາດທີ່ມີຊື່ສຽງ ແລະ ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ຄື: ນ້ຳຕົກຕາດຄອນພະເພັງ-ຫຼີ່ຜີ, ມີທິວທັດທຳມະຊາດທີ່ສວຍສົດງົດງາມ ຈົນໄດ້ສັນຍານາມ ໃຫ້ ສປປ ລາວ ເປັນ “ອັນຍະມະນີແຫ່ງແມ່ນ້ຳຂອງ”, ຍັງມີສະຖານທີ່ທ່ອງທ່ຽວປະຫວັດສາດ ທີ່ໄດ້ຈາລຶກໄວ້ໃນປະຫວັດສາດຂອງຊາດ ເຊັ່ນ: ສະຖານທີ່ທ່ອງທ່ຽວປະຫວັດສາດຖ້ຳທ່ານຜູ້ນຳ, ພູກູດຈອມເຫຼັກ ແຂວງຊຽງຂວາງ, ເສັ້ນທາງປະຫວັດສາດໂຮ່ຈີມິນ, ແລະ ອື່ນໆ.
ໄປຄຽງຄູ່ກັນນັ້ນ, ປະເທດເຮົາຍັງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ປອດໄພ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ ແລະ ປັບປຸງໃຫ້ດີຂຶ້ນເລື້ອຍໆ, ເສດຖະກິດຂອງປະເທດມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ສໍາລັບ ແຜນພັດທະນາການທ່ອງທ່ຽວໄດ້ຖືກສ້າງຂຶ້ນ ແລະ ປະຕິບັດຢ່າງຖືກຕ້ອງ ເຊັ່ນ: ແຜນພັດທະນາການທ່ອງທ່ຽວລະດັບພາກ, ລະດັບແຂວງ ແລະ ແຜນພັດທະນາການທ່ອງທ່ຽວໃນເຂດ 3 ຫຼ່ຽມພັດທະນາລາວ-ຫວຽດນາມ-ກໍາປູເຈຍ ໃນປີ 2020-2025 ແລະ ການເຊື່ອມໂຍງເສັ້ນທາງທ່ອງທ່ຽວອາຊຽນ; ໄດ້ສໍາຫຼວດ, ຈັດສັນ, ອອກແບບ ແລະ ພັດທະນາແຫຼ່ງທ່ອງທ່ຽວຈໍານວນໜຶ່ງທາງດ້ານທໍາມະຊາດ, ວັດທະນະທໍາ, ປະຫວັດສາດ ແລະ ກະສິກໍາ; ໄດ້ຈັດຕັ້ງປະຕິບັດບັນດາມາດຕະຖານການທ່ອງທ່ຽວອາຊຽນ ແລະ ໄດ້ຮັບລາງວັນຈາກອາຊຽນຫຼາຍລາງວັນ.
ຂ່າວ: ວຽງຈັນທາຍ

