ເຈົ້າໜ້າທີ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 3 ແຂວງຄໍາມ່ວນແຈ້ງໃຫ້ຮູ້ວ່າ: ສະເພາະປີ 2020 ຜ່ານມານີ້ການເກັບລາຍຮັບຢູ່ດ່ານດັ່ງກ່າວບໍ່ໄດ້ຕາມແຜນທີ່ວາງໄວ້ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ໃນຕົ້ນປີ.
ທ່ານລັດຖາວົງ ຈະເລີນສັກ ຮອງຫົວໜ້າດ່ານສາກົນ ຂົວມິດຕະພາບ 3 ໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອວັນທີ 22 ມັງກອນ 2021 ທີ່ຜ່ານມາວ່າ: ສໍາລັບປີ 2020 ທີ່ຜ່ານມາ ກະຊວງການເງິນໄດ້ວາງຄາດໝາຍເກັບລາຍຮັບໃຫ້ທາງດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 3 ຈໍານວນ 296 ຕື້ກີບ ແຕ່ພາຍຫຼັງທີ່ເກັບມາໄດ້ໃນໄລຍະໜຶ່ງເຫັນວ່າໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ກະຊວງການເງິນຈຶ່ງໄດ້ມີການດັດແກ້ລາຍຮັບດັ່ງກ່າວໃຫ້ຫຼຸດລົງ ຈາກ 296 ຕື້ກີບລົງມາເຫຼືອ 273 ຕື້ກີບ, ຜ່ານການເກັບຕົວຈິງປະຕິບັດໄດ້ 283 ຕື້ກີບ ແຕ່ຖ້າເມື່ອທຽບກັບແຜນການເກັບລາຍຮັບທີ່ກໍານົດໄວ້ທໍາອິດນັ້ນແມ່ນບໍ່ສາມາດປະຕິບັດໄດ້, ແຕ່ເມື່ອທຽບກັບແຜນດັດແກ້ແມ່ນສາມາດເກັບລື່ນແຜນການ.
ທ່ານລັດຖາວົງໄດ້ກ່າວຕື່ມວ່າ: ດ່ານສາກົນຂົວມິດຕະພາບ 3 ນີ້ລາຍໄດ້ສ່ວນໃຫຍ່ໄດ້ມາຈາກສິນຄ້ານໍາເຂົ້າ ແລະ ສົ່ງອອກ ເຊັ່ນ: ນໍ້າດື່ມຊູກໍາລັງ, ງົວ, ຄວາຍ ແລະ ນໍ້າມັນເຊື້ອໄຟ. ສະເພາະປີ 2021 ນີ້ກະຊວງການເງິນກໍ່ໄດ້ວາງຄາດໝາຍສູ້ຊົນໃຫ້ດ່ານເກັບລາຍຮັບໃຫ້ໄດ້ 337,710 ຕື້ກີບ ແຕ່ເຊື່ອວ່າຈະບໍ່ບັນລຸຕາມແຜນ ຍ້ອນວ່າພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ດ່ານສາກົນຂົວມິດຕະພາບ 3 ບໍ່ມີລາຍຮັບຈາກດ່ານທ້ອງຖິ່ນ ແລະ ດ່ານປະເພນີ ລວມ 4 ແຫ່ງທີ່ຂຶ້ນກັບ ດ່ານສາກົນຂົວມິດຕະພາບ 3 ຍ້ອນລັດຖະບານໄດ້ມີການສັ່ງປິດ ນອກນັ້ນທາງດ່ານຍັງບໍ່ມີເງິນເຂົ້າ-ອອກຈາກຜູ້ສັນຈອນຜ່ານດ່ານຍ້ອນມີການສັ່ງປິດ.
ຂ່າວ: ວຽງຈັນທາຍ

