ນາຍົກເນັ້ນໃຫ້ນັກຮົບເສື້ອຂາວສືບຕໍ່ປະຕິບັດວຽກງານໂດຍຮັບໃຊ້ປະຊາຊົນ ດ້ວຍຈັນຍາບັນ ແລະ ຈັນຍາທຳ

ນາຍົກເນັ້ນໃຫ້ນັກຮົບເສື້ອຂາວສືບຕໍ່ປະຕິບັດວຽກງານໂດຍຮັບໃຊ້ປະຊາຊົນ ດ້ວຍຈັນຍາບັນ ແລະ ຈັນຍາທຳ

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວຍ້ອງຍໍ ຊົມເຊີຍຜົນງານຂອງແພດໝໍ ຫຼື  ນັກຮົບເສື້ອຂາວທຸກໆຄົນທີ່ໄດ້ຕັ້ງໜ້າຮັບມືກັບພະຍາດ ໂຄວິດ-19 ຈົນສາມາດຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ໄດ້ ໃນລະດັບທີ່ແນ່ນອນ ເຖິງຈະມີຜູ້ຕິດເຊື້ອ ແຕ່ກໍ່ບໍ່ມີຜູ້ເສຍຊີວິດ ແລະ ໃຫ້ສືບຕໍ່ມູນເຊື້ອປະຕິວັດ ຮັບໃຊ້ປະຊາຊົນດ້ວຍ ຈັນຍາບັນ, ຈັນຍາທຳ ຖືວ່າເປັນແພດຂອງປະຊາຊົນ ທີ່ກອງປະຊຸມສາທາລະນະສຸກທົ່ວປະເທດຄັ້ງທີ VIII ທີ່ໄດ້ຈັດຂຶ້ນເມື່ອວັນທີ 29 ມັງກອນ 2021 ທີ່ນະຄອນຫຼວງວຽງຈັນ.

ທ່ານທອງລຸນ ໄດ້ກ່າວຕື່ມວ່າ: ສາເຫດທີ່ພາໃຫ້ພວກເຮົາຄວບຄຸມໄດ້ກໍຍ້ອນວ່າ ລັດຖະບານສະດຸ້ງໄວຕໍ່ບັນຫາ, ເຫັນບັນຫາແຕ່ຫົວທີ, ໃຊ້ວິທີຕັດໄຟແຕ່ຕົ້ນລົມ ໂດຍໄດ້ອອກຄຳສັ່ງຫຼາຍສະບັບ ເພື່ອສະກັດກັ້ນ, ນອກຈາກນັ້ນ ການມີສ່ວນຮ່ວມເປັນຈິດໜຶ່ງໃຈດຽວຂອງປະຊາຊົນ, ສະຕິຕື່ນຕົວຂອງປະຊາຊົນ ໂດຍ ພ້ອມກັນປະຕິບັດມະຕິຄຳສັ່ງຢ່າງເຂັ້ມງວດ, ສຳຄັນໄປກວ່ານັ້ນແມ່ນ ພະນັກງານແພດໃນທົ່ວປະເທດ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ໂຄສະນາທຸກຮູບແບບລົງຮອດທ້ອງຖິ່ນຮາກຖານ.

ຂໍ້ມູນ-ພາບ: ສູນຂ່າວສານການແພດ

Related Articles

Leave a Reply