ວັດພຣະບາດນາດູ່ ເມືອງລະຄອນເພັງ ແຂວງສາລະວັນ ເປັນວັດທີ່ມີຊື່ສຽງຢູ່ເມືອງລະຄອນເພັງ ແຂວງສາລະວັນ ທີ່ຊາວພຸດໃນຂອບເຂດທົ່ວປະເທດຕ່າງພາກັນແວ່ກາບໄຫວ້ສິ່ງສັກສິດເພື່ອຂໍພອນຕ່າງໆ.
ສິ່ງສັກສິດທີ່ປະຊົາຊົນແວ່ກາບໄຫວ້ທີ່ວັດແຫ່ງນີ້ປະກອບມີພຣະບາດນາດູ່ເປັນຢູນິຍະສະຖານອັນສັກສິດ, ເປັນບ່ອນເຄົາລົບບູຊາ ກາບໄຫວ້ ແລະ ເປັນສູນລວມຈິດໃຈຂອງຊາວເມືອງລະຄອນເພັງ ຊຶ່ງຖືກຄົ້ນພົບໃນປີ ຄສ 1384 ທີ່ມີອາຍຸຫຼາຍກວ່າ 600 ປີ ຊຶ່ງຮອບຕີນມີຂະໜາດໃຫຍ່ມີຄວາມຍາວ 160 ຊມ, ລວງກວ້າງປາຍຕີນ 65 ຊມ ແລະ ລວງກວ້າງສົ້ນໜ່ອງ 48 ຊມ, ຮອຍຕີນສັງກະລີ ຫຼື ຜູ້ທີ່ຮັບໃຊ້ພຣະສົງເວລາເດີນບິນທະບາດຈໍານວນຫຼາຍຢູ່ເດີ່ນວັດ, ພຣະພຸດທະຮູບປາງປະທານພອນໄດ້ປະດິດສະຖານຂຶ້ນໃນປີ ຄສ 2016 ມີຄວາມສູງ 9 ແມັດ, ຕົ້ນໄມ້ກາຍເປັນຫີນທີ່ມີອາຍຸຫຼາຍລ້ານປີ ນອກນັ້ນທີ່ວັດແຫ່ງນີ້ມີຄວາມເຊື່ອກັນວ່າເປັນບ່ອນປະດິດສະຖານຂອງພຣະຍານາກ 7 ສຽນ ( 7 ຫົວ) ເຈົ້າພໍ່ນາໂຄສີສຸດໂທ ແລະ ພຣະຍານາກ 5 ສຽນ ເຈົ້າແມ່ນາຄີສີປະທຸມມາ ອີກດ້ວຍ ຊຶ່ງໃນແຕ່ລະປີຈະມີປະຊາຊົນແວ່ກາບໄຫວ້ສິ່ງສັກສິດທີ່ວັດແຫ່ງນີ້ບໍ່ຕໍາກວ່າ 1.500 ເທື່ອຄົນ.
ນອກຈາກຈະໄດ້ສໍາຜັດກັບສິ່ງສັກສິດທີ່ວັດແຫ່ງນີ້ແລ້ວ ຢູ່ເມືອງລະຄອນເພັງຍັງມີແຫຼ່ງທ່ອງທ່ຽວທີ່ມີສື່ສຽງລະດັບປະເທດອີກດ້ວຍນັ້ນກໍ່ຄື ແຫຼ່ງທ່ອງທ່ຽວ 4.000 ໂບກ ຫຼື 4.000 ຂຸມທີ່ແຄມແມ່ນໍ້າຂອງ ແລະ ແຫຼ່ງທ່ອງທ່ຽວອື່ນໆ.
ຂ່າວ: ວຽງຈັນທາຍ

