ບັນຫາລາຄານໍ້າມັນເຊື້ອໄຟມີແນວໂນ້ມຫຼຸດລົງ ແຕ່ລາຄາສິນຄ້າ ແລະ ການບໍລິການອື່ນໆ ຍັງບໍ່ຫຼຸດລົງ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຊີ້ແຈງວ່າເກີດຈາກ 2 ປະເດັນຫຼັກ.
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X ໃນມື້ວານນີ້ ທີ່ສະພາແຫ່ງຊາດໂດຍສະເພາະກ່ຽວກັບບັນຫາລາຄານໍ້າມັນເຊື້ອໄຟມີແນວໂນ້ມຫຼຸດລົງແລ້ວ ແຕ່ລາຄາສິນຄ້າ ແລະ ການບໍລິການອື່ນໆ ຍັງບໍ່ຫຼຸດລົງ ໂດຍເກີດຈາກ 2 ປະເດັນຫຼັກ.
ປະເດັນທີ 1: ສາເຫດທີ່ລາຄາສິນຄ້າ ແລະ ການບໍລິການຍັງບໍ່ທັນປັບຕົວຫຼຸດລົງໃນທັນທີ ເຖິງວ່າລາຄານໍ້າມັນເຊື້ອໄຟຈະຫຼຸດລົງແລ້ວນັ້ນ ແມ່ນເກີດຈາກຫຼາຍປັດໄຈທາງເສດຖະກິດທີ່ຕິດພັນກັນຄື: ຄວາມໜຽວດ້ານລາຄາ (Price Sticky): ໃນທາງເສດຖະສາດ, ລາຄາສິນຄ້າເມື່ອໄດ້ປັບຕົວຂຶ້ນໄປແລ້ວ ມັກຈະປັບຕົວລົງຍາກ ແລະ ຊ້າກວ່າ (Sticky Prices). ເນື່ອງຈາກຜູ້ປະກອບການ ຍັງມີຄວາມກັງວົນຕໍ່ຄວາມບໍ່ແນ່ນອນ ແລະ ຄວາມສ່ຽງຂອງສະພາບເສດຖະກິດ, ຕົ້ນທຶນສິນຄ້າເກົ່າຕົກຄ້າງໃນສາງ (Inventory Cost), ຜູ້ຜະລິດ, ຜູ້ນໍາເຂົ້າ ແລະ ຜູ້ຂາຍສົ່ງ-ຂາຍຍ່ອຍ ຍັງມີສິນຄ້າເກົ່າທີ່ຕົກຄ້າງໃນສາງຊຶ່ງເປັນສິນຄ້າທີ່ໄດ້ນໍາເຂົ້າ ຫຼື ຜະລິດໃນຊ່ວງທີ່ຕົ້ນທຶນພວມຢູ່ໃນລະດັບສູງ, ຕົ້ນທຶນເຫຼົ່ານັ້ນ ລວມມີຄ່ານໍ້າມັນ, ວັດຖຸດິບ, ປຸ໋ຍ, ຫົວອາຫານສັດ, ຄ່າຂົນສົ່ງ, ຄ່າເຊົ່າ ແລະ ຄ່າໃຊ້ຈ່າຍອື່ນໆ ຊຶ່ງບໍ່ສາມາດປັບຫຼຸດລົງຍ້ອນຫຼັງໄດ້,ຕົ້ນທຶນແຝງອື່ນໆ ໃນຕ່ອງໂສ້ການສະໜອງຕົ້ນທຶນບາງປະເພດ ເຊັ່ນ: ຄ່າແຮງງານ, ຄ່າເຊົ່າສະຖານທີ່ ແລະ ຄ່າບໍລິການໂລຈິສຕິກບາງປະເພດ ໄດ້ປັບຕົວຂຶ້ນໄປແລ້ວ. ຕົ້ນທຶນເຫຼົ່ານີ້ ບໍ່ສາມາດປັບຫຼຸດລົງໄດ້ຕາມລາຄານໍ້າມັນໃນທັນທ່ວງທີ, ຂໍ້ຈຳກັດໃນການປະຕິບັດມາດຕະການຄວບຄຸມລາຄາ: ໃນທາງທິດສະດີ ການກໍານົດໂຄງສ້າງ ລາຄາ ແລະ ຕິດຕາມກວດກາ ຖືເປັນວິທີການທີ່ດີ, ແຕ່ໃນພາກປະຕິບັດຕົວຈິງແມ່ນມີຄວາມທ້າທາຍສູງ ຍ້ອນຖານຂໍ້ມູນຍັງບໍ່ທັນຊັດເຈນ, ລາຍການສິນຄ້າມີຈຳນວນຫຼວງຫຼາຍ ແລະ ບຸກຄະລາກອນທີ່ເຮັດວຽກດ້ານລາຄາມີຈຳກັດ. ຖ້າຫາກພວກເຮົາກໍານົດລາຄາທີ່ບໍ່ສອດຄ່ອງກັບຕົ້ນທຶນຕົວຈິງ ກໍ່ຈະເກີດການບິດເບືອນກົນໄກຕະຫຼາດ ຊຶ່ງອາດສົ່ງຜົນໃຫ້ເກີດການຂາດແຄນສິນຄ້າ ແລະ ກະຕຸ້ນໃຫ້ມີການຄ້ານອກລະບົບເພີ່ມຂຶ້ນ. ຍ້ອນແນວນັ້ນ, ຄະນະຄຸ້ມຄອງລາຄາຈຶ່ງໄດ້ສຸມໃສ່ກຸ່ມສິນຄ້າຄວບຄຸມທີ່ຈໍາເປັນທີ່ສຸດກ່ອນ ເປັນຕົ້ນແມ່ນ: ນໍ້າມັນເຊື້ອໄຟ, ເຂົ້າ ສານໜຽວ (ປະເພດ 2), ຊີ້ນໝູ, ຊີ້ນໄກ່, ໄຂ່, ປານິນ ແລະ ປາດຸກ.
ປະເດັນທີ 2: ກົນໄກ, ມາດຕະການ ແລະ ວິທີການແກ້ໄຂເພື່ອແກ້ໄຂບັນຫາດັ່ງກ່າວ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອີງໃສ່ຫຼັກການ ແລະ ມາດຕະການທີ່ກຳນົດໃນດໍາລັດ 474/ນຍ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍໄດ້ດໍາເນີນ ແລະ ຈະສືບຕໍ່ຜັນຂະຫຍາຍ ດັ່ງນີ້: ກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາໄດ້ວິເຄາະ ແລະ ຮັບຮອງໂຄງປະກອບລາຄາ (Price Structure): ບັງຄັບໃຫ້ຜູ້ດຳເນີນທຸລະກິດສົ່ງໂຄງປະກອບລາຄາ (ຕົ້ນທຶນການຜະລິດ/ຊື້, ຕົ້ນທຶນການຈໍລະຈອນ, ລາຄາຈໍາໜ່າຍ ແລະ ກຳໄລ), ສໍາລັບສິນຄ້າໃນລາຍການຄວບຄຸມ ໃຫ້ອົງການຄຸ້ມຄອງລາຄາກວດກາ ແລະ ຮັບຮອງກ່ອນນໍາໃຊ້ ເພື່ອປ້ອງກັນການສວຍໂອກາດຂຶ້ນລາຄາ, ຕິດຕາມການເໜັງຕີງ ແລະ ການຕິດປ້າຍລາຄາ: ເພີ່ມທະວີການລົງຕິດຕາມກວດກາການຕິດປ້າຍລາຄາສິນຄ້າ ແລະ ຄ່າບໍລິການໃຫ້ມີຄວາມຈະແຈ້ງ ແລະ ໂປ່ງໃສເພື່ອບໍ່ໃຫ້ເກີດຄວາມສັບສົນຕໍ່ຜູ້ຊົມໃຊ້. ຊຸກຍູ້ການປະສານງານຮ່ວມກັບທ້ອງຖິ່ນ: ເພີ່ມທະວີການປະສານງານລະຫວ່າງກະຊວງ, ພະແນກ ອຄ ແຂວງ/ນະຄອນ, ແລະ ຫ້ອງການ ອຄ ເມືອງ/ເທສະບານ ເພື່ອເປັນເຈົ້າການຈັດຕັ້ງປະຕິບັດ, ຕິດຕາມພຶດຕິກຳແກ້ໄຂບັນຫາຄວາມເດືອດຮ້ອນຂອງປະຊາຊົນຢ່າງທັນການ, ນໍາໃຊ້ລະບົບສາຍດ່ວນ (Hotline): ໂຄສະນາ ແລະ ເປີດກວ້າງຊ່ອງທາງສາຍດ່ວນ ເພື່ອຮັບແຈ້ງເຫດ, ຂໍ້ມູນ-ຂ່າວສານ ແລະ ຄໍາຮ້ອງຮຽນຈາກຜູ້ຊົມໃຊ້ ທີ່ໄດ້ຮັບຜົນກະທົບຈາກການເອົາປຽບດ້ານລາຄາ.
ທີ່ມາແຫຼ່ງຂໍ້ມູນຂ່າວ-ພາບ: ປະຊາຊົນ

