ໂຮງໝໍແຂວງສະຫວັນນະເຂດມີເຄື່ອງກວດໄຂ່ຫຼັງທຽມແລ້ວ

ໂຮງໝໍແຂວງສະຫວັນນະເຂດມີເຄື່ອງກວດໄຂ່ຫຼັງທຽມແລ້ວ

ຖືວ່າເປັນການພັດທະນາອີກບາດກ້າວໜຶ່ງສໍາລັບໂຮງໝໍແຂວງສະຫວັນນະເຂດ ພາຍຫຼັງທີ່ເມື່ອບໍ່ດົນມານີ້ໄດ້ເປີດການບໍລິການ ຫ້ອງກວດໄຂ່ຫຼັງທຽມ ຫຼື ກ່ຽວກັບການປິ່ນປົວພະຍາດທາງລະບົບຖ່າຍເທ,ໂດຍສະເພາະແມ່ນ ການປິ່ນປົວໄຂ່ຫຼັງ ຊຶ່ງແມ່ນ ການບໍລິການແພດພາຍໃນ ໂດຍສະເພາະແມ່ນໄຂ່ຫຼັງ ອັກເສບ ແລະ ກຸ່ມພະຍາດທາງ ໄຂ່ຫຼັງ ຫຼື ການປິ່ນປົວດ້ວຍ ການຜ່າຕັດ (ໜິ້ວ) ທັງນີ້ພາຍ ຫຼັງຄົນເຈັບທີ່ບົ່ງມະຕິເປັນໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ ຂັ້ນສີ່ ແລະ ຂັ້ນຫ້າ ເພື່ອໃຫ້ເຂົາເຈົ້າສາມາດດໍາລົງຊີວິດຕໍ່ໄປໄດ້, ຊຶ່ງຕາມຫຼັກການແລ້ວ ແມ່ນຕ້ອງໄດ້ປູກຖ່າຍໄຂ່ຫລັງ, ແຕ່ຖ້າເງື່ອນໄຂດັ່ງກ່າວນັ້ນ ຍັງບໍ່ສາມາດຕອບສະໜອງໄດ້, ຄົນເຈັບຕ້ອງໄດ້ຮັບການລ້າງ ເລືອດດ້ວຍເຄື່ອງໄຂ່ຫຼັງທຽມ Hemodialysis ການລ້າງ ເລືອດດ້ວຍເຄື່ອງໄຂ່ຫຼັງທຽມແມ່ນການກັ່ນຕອງສານ ເຄມີໂດຍສະເພາະແມ່ນທາດ Creatinin blood urea nitrogen ເຊິ່ງເບື່ອຕໍ່ໄຂ່ຫລັງ, ສະໝອງ ແລະ ອະໄວຍະວະ ອື່ນໆອອກຈາກເລືອດ.

ປະຈຸບັນໂຮງໝໍແຂວງ ສະຫວັນນະເຂດ ມີເຄື່ອງໄຂ່ຫຼັງທຽມ 13 ເຄື່ອງ ແລະ ຍັງສາມາດເພີ່ມຕື່ມໄດ້ອີກ 9 ເຄື່ອງ ເປັນ 22 ເຄື່ອງ ແລະ ສາມາດຮອງຮັບໃຫ້ການບໍລິການຄົນ ເຈັບໄດ້ມື້ລະ 39 ຄົນຖ້າເຕັມ ບັນຈຸເຄື່ອງລ້າງໄຂ່ຫຼັງ 22 ເຄື່ອງຈະສາມາດໃຫ້ການບໍລິການຄົນເຈັບມື້ລະ 66 ຄົນ (ບໍລິການສາມຮອບຕໍ່ເຄື່ອງ) ມີພະນັກງານປະຈໍາ 10 ຄົນ ແລະ ມີຄົນເຈັບມາໃຊ້ບໍລິການ ປະຈໍາແລ້ວ 78 ຄົນ ໂດຍບໍ່ມີການລໍຖ້າຄິວ.

ຂ່າວ-ພາບ: ສພຂ

Related Articles

Leave a Reply