ການຈູດປ່າເພື່ອລ່າສັດ ແລະ ເພື່ອທໍາການຜະລິດເປັນສາເຫດທີ່ເຮັດໃຫ້ໄຟໄໝ້ລາມປ່າຢູ່ເມືອງສັງທອງ

ການຈູດປ່າເພື່ອລ່າສັດ ແລະ ເພື່ອທໍາການຜະລິດເປັນສາເຫດທີ່ເຮັດໃຫ້ໄຟໄໝ້ລາມປ່າຢູ່ເມືອງສັງທອງ

ອໍານາດການປົກຄອງເມືອງສັງທອງໃຫ້ຮູ້ວ່າ:ໃນທຸກໆປີຈະເກີດມີໄຟໄໝ້ລາມປ່າໂດຍສະເພາະຢູ່ເຂດ ປ່າສະຫງວນພູພະນັງ ຊຶ່ງສາເຫດຫຼັກແມ່ນເກີດຈາກ ການຈູດປ່າເພື່ອລ່າສັດ, ການຈຸດປ່າເຮັດໄຮ່ ແລະ ອື່ນໆ ຊຶ່ງປີ 2021 ນີ້ຈະໃຊ້ມາດຕະການຕ່າງໆຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ເກີດໄຟໄໝ້ລາມປ່າ.

ທ່ານ ສີສຸພັນ ບຸນສະເໝີ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສັງທອງນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ໃນປີ 2019 ຜ່ານມາ ເມືອງສັງທອງໄດ້ຮັບຜົນເສຍຫາຍຫຼາຍຈາກໄຟໄໝ້ລາມປ່າທີ່ເກີດຂຶ້ນ ເຮັດໃຫ້ປ່າເສຍຫາຍຮ້ອຍເຮັກຕາ. ສະເພາະປີນີ້ ອົງການປົກຄອງເມືອງ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບປ້ອງ ກັນໄຟໄໝ້ລາມປ່າທີ່ມີຫຼາຍ ຂະແໜງການ ຂອງເມືອງ ເຂົ້າຮ່ວມ, ລວມທັງເອົາປະຊາຊົນຢູ່ບັນດາບ້ານທີ່ມີຄວາມສ່ຽງເກີດ ໄຟໄໝ້ລາມປ່າ ເຂົ້າມາ ມີສ່ວນຮ່ວມນໍາກັນ. ນອກຈາກນີ້ ຍັງໄດ້ກະກຽມດ້ານງົບປະມານ ແລະ ອຸປະກອນຮັບໃຊ້ທີ່ຈໍາເປັນໄວ້ແລ້ວ.

ທ່ານ ສີສຸພັນ ໃຫ້ຮູ້ຕື່ມວ່າ: ສຳລັບການໂຄສະນາເຜີຍແຜ່ບັນດານິຕິກຳກ່ຽວ ກັບການ ປ້ອງກັນໄຟໄໝ້ລາມປ່າ, ອົງການປົກຄອງເມືອງ ໄດ້ໃຫ້ພະນັກງານທີ່ລົງກໍ່ສ້າງຮາກຖານນໍາເອົານິ ຕິກໍາທີ່ກ່ຽວຂ້ອງດັ່ງກ່າວໄປເຜີຍແຜ່ໃຫ້ປະຊາຊົນຮັບຮູ້ ໂດຍສະເພາະບັນດາບ້ານທີ່ອາ ໄສຢູ່ເຂດມີຄວາມສ່ຽງເກີດໄຟໄໝ້ລາມປ່າ.

ຂ່າວ-ພາບ: ບຸນຕຽງ

Related Articles

Leave a Reply