ຍັງມີການລັກລອບຂົນຢາເສບຕິດຢູ່ແຂວງສະຫວັນນະເຂດ ທ່າມກາງທີ່ມີການລາດຕະເວນປ້ອງກັນການລັກລອບເຂົ້າມາຂອງຜູ້ໄປແຮງງານຢູ່ໄທແບບຜິດກົດໝາຍເພື່ອໜີພະຍາດໂຄວິດ-19 ເພາະເມື່ອບໍ່ດົນມານີ້, ທະຫານຊາຍແດນ 324 ແຂວງສະຫວັນນະເຂດ ພົບຢາບ້າຫຼາຍກວ່າ 1,5 ລ້ານເມັດ ແລະ ຢາໄອສ໌ 9 ຖົງທີ່ບັນຈຸຢູ່ ໃນເປົາ 7 ເປົາ ໂດຍຊຸກເຊື່ອງໄວ້ປ່າກ້ອງກົກໄຄ້ ແຄມນໍ້າຂອງເຂດບ້ານຫ້ວຍໄຜ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໃນຂະນະທີ່ອອກລາດຕະເວນຕາມຊາຍແດນເຂດບ້ານດັ່ງກ່າວ ແຕ່ບໍ່ພົບຜູ້ທີ່ລັກລອບຂົນມາຊຸກເຊື່ອງໄວ້.
ປັດຈຸບັນນີ້, ປກສ ແຂວງສະຫວັນນະເຂດໄດ້ນໍາຢາເສບຕິດດັ່ງກ່າວມາເກັບມ້ຽນໄວ້ ເພື່ອຫາຮ່ອງຮອຍ ຫຼື ເບາະແສຂອງຂະບວນການຂົນຢາເສບຕີດດັ່ງກ່າວເພື່ອນໍາໄປສູ່ການຈັບກຸມມາດໍາເນີນຄະດີຕາມກົດໝາຍບ້ານເມືອງ.
ຂໍ້ມູນ: ກົດໝາຍລົງໂທດ

