ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດໃຫ້ຮູ້ວ່າ: ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ຈະສ້າງວັງສະຫງວນຢູ່ຕາມແຄມນ້ຳຂອງຊຶ່ງຈະເປັນວັງສະຫງວນແຫ່ງທໍາ ອິດທີ່ຢູ່ລຽບແຄມຂອງ ພາຍຫຼັງ ທີ່ມີວັງສະຫງວນ 100 ກວ່າວັງແລ້ວນັບແຕ່ປີ 1990 ທີ່ຜ່ານມາແຕ່ເປັນວັງທີ່ສ້າງຢູ່ຕາມແມ່ນ້ຳສາຂາເທົ່ານັ້ນ.
ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດໃຫ້ຮູ້ຕື່ມວ່າ: ສຳລັບໂຄງການນີ້, ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໄດ້ຮ່ວມກັບອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ສປປ ລາວ ເພື່ອເນັ້ນສົ່ງເສີມການຈັດການ ວຽກງານການປະມົງ ຢູ່ລຽບຕາມແຄມແມ່ນໍ້າຂອງໂດຍຈະກວມເອົາ 10 ບ້ານຢູ່ 2 ເມືອງຄືເມືອງ ໄຊບູລີ (ບ້ານ ປາກເຊບັ້ງໄຟ, ບ້ານສີວິໄລ, ແກ້ງກະເບົາໃຕ້ ແລະ ບ້ານສະຫວ່າງ) ແລະ ເມືອງ ໄຊພູທອງ (ບ້ານທ່າໂພ, ນາພານ, ຄັນທ່າຈານ, ເວີນຄູນ, ເຫຼົາໝາກຫູດ ແລະ ບ້ານເຮືອນຫີນ) ຊຶ່ງຈຸດປະສົງຫຼັກຂອງໂຄງການແມ່ນເພື່ອແນໃສ່ການຄຸ້ມຄອງການປະມົງ ແບບມີສ່ວນຮ່ວມ, ການຫາປາແບບຍືນຍົງ ແລະ ເພີ່ມປະຊາກອນສັດນໍ້າໃນແມ່ນໍ້າຂອງ ເພື່ອຄວາມອຸດົມສົມບູນທາງທໍາມະຊາດ ໃຫ້ຢູ່ຄຽງຄູ່ກັບຊີວິດການເປັນຢູ່ຂອງຊຸມຊົນ.
ຂ່າວ-ພາບ: ມະນີທອນ

