ເຊກອງກຽມພັດທະນາໂຮງງານປຸງແຕ່ງພຶດກະສິກໍາຮັບໃຊ້ 4 ແຂວງພາກໃຕ້

ເຊກອງກຽມພັດທະນາໂຮງງານປຸງແຕ່ງພຶດກະສິກໍາຮັບໃຊ້ 4 ແຂວງພາກໃຕ້

ອໍານາດການປົກຄອງແຂວງເຊກອງໃຫ້ຮູ້ວ່າທາງແຂວງກຽມພັດທະນາຂົງເຂດອຸດສາຫະກໍາ-ການຄ້າ ແລະ ການບໍລິການຫຼາຍດ້ານເພື່ອຍູ້ເສດຖະກິດຂອງແຂວງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໂດຍສະເພາະການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ເຂດຫ່າງໄກສອກຫຼິກ.
ທ່ານເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ເປົ້າໝາຍສູ້ຊົນຢູ່ແຂວງເຊກອງໃນປີ 2021 ນີ້ ຫຼື ໃນອນາຄົດຂ້າງໜ້າແມ່ນຈະເລັ່ງຂະຫຍາຍໂຮງງານປຸງແຕ່ງພຶດກະສິກໍາຮັບໃຊ້ 4 ແຂວງພາກໃຕ້ ເປັນຕົ້ນແມ່ນໂຮງງານມັນຕົ້ນ, ໂຮງງານປຸງແຕ່ງຫົວອາຫານສັດ, ໂຮງງານອົບກາເຟ, ໂຮງງານຜະລິດນໍ້າຕານໃຫ້ເພີ່ມຂຶ້ນໃນແຕ່ລະປີ.
ທ່ານເຫຼັກໄຫຼໄດ້ກ່າວຕື່ມວ່າ: ນອກຈາກນີ້ສະເພາະຂະແໜງການບໍລິການໂດຍສະເພາະຂະແໜງການທ່ອງທ່ຽວກໍ່ຈະມີການປັບປຸງພື້ນຖານໂຄງລ່າງໂດຍສະເພາະເສັ້ນທາງເຂົ້າ-ອອກແຫຼ່ງທ່ອງທ່ຽວ, ເພີ່ມກິດຈະກໍາທີ່ຫຼາກຫຼາຍຢູ່ແຫຼ່ງທ່ອງທ່ຽວ, ຈະສ້າງສາງປຽ່ນຖ່າຍສິນຄ້າ ແລະ ສ້າງຫົວໜ່ວຍທຸລະກິດນໍາເຂົ້າ ແລະ ສົ່ງອອກສິນຄ້າໃຫ້ຫຼາຍຂຶ້ນ, ສືບຕໍ່ພັດທະນາເຂດເສດຖະກິດຊາຍແດນດ່ານສາກົນດາກຕະອອກໃຫ້ສາມາດກາຍເປັນຈຸດດຶງດູດ ແລະ ສົ່ງເສີມການລົງທຶນເພື່ອເປັນຖານເສດຖະກິດຫຼັກໃນການພັດທະນາເສດຖະກິດຂອງແຂວງ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply