ເມືອງສອງຄອນ ເປັນເມືອງສ່ຽງສູງທີ່ຈະມີການລັກລອບກັບຄືນປະເທດຂອງຄົນລາວຈາກໄທ

ເມືອງສອງຄອນ ເປັນເມືອງສ່ຽງສູງທີ່ຈະມີການລັກລອບກັບຄືນປະເທດຂອງຄົນລາວຈາກໄທ

ອໍານາດການປົກຄອງແຂວງສະຫວັນນະເຂດແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ເມືອງສອງຄອນ ແຂວງສະຫວັນນະເຂດ ແມ່ນ ເມືອງທີ່ມີຄວາມສ່ຽງທີ່ຈະມີການລັກລອບກັບຄືນມາ ປະເທດຂອງຄົນລາວທີ່ໄປເຮັດວຽກຢູ່ໄທ ເພື່ອໜີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ຢູ່ໄທ.
 ທ່ານ ລຳຄູນ ວໍລະວົງ ເຈົ້າເມືອງ ສອງຄອນ ໄດ້ລາຍງານສະພາບການລັກລອບກັບຄືນມາປະເທດຂອງຄົນລາວທີ່ໄປເຮັດວຽກຢູ່ໄທຕໍ່ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ຄະນະທີ່ລົງຕິດຕາມສະພາບການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ເມືອງສອງຄອນເມື່ອບໍ່ດົນມານີ້ວ່າ: ປະຈຸບັນນີ້ໄດ້ມີຄົນລາວທີ່ໄປອອກແຮງງານຢູ່ໄທກັບຄືນມາປະເທດແບບຜິດກົດໝາຍຫຼາຍກວ່າ 20 ຄົນ ສ່ວນຫຼາຍແມ່ນລັກລອບເຂົ້າມາຕາມຊາຍແດນແມ່ນ້ຳຂອງ ເຂົ້າມາເຂດທ່າປັດຊຸມ, ດອນຫວາຍ ແລະ ບ້ານໜອງບົວທ່າ ເຊິ່ງເຈົ້າໜ້າທີ່ໄດ້ເກັບກຳ ຂໍ້ມູນລະອຽດ ແລະ ນຳສົ່ງສູນ ຈໍາກັດບໍລິເວນ ຢູ່ເມືອງສອງຄອນ ແຕ່ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19.

ຂ່າວ-ພາບ: ໜສຂ

Related Articles

Leave a Reply