ຫ້ອງວ່າການແຂວງບໍ່ແກ້ວ ອະນຸຍາດເປີດເດີນເຮືອຢູ່ດ່ານສາກົນບ້ານມອມ 1 ເດືອນ

ຫ້ອງວ່າການແຂວງບໍ່ແກ້ວ ອະນຸຍາດເປີດເດີນເຮືອຢູ່ດ່ານສາກົນບ້ານມອມ 1 ເດືອນ

ຫ້ອງວ່າການແຂວງບໍ່ແກ້ວ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ກຽ່ວກັບການອະນຸຍາດໃຫ້ດຳເນີນການເດີນເຮືອຂົນ ສົ່ງສິນຄ້າຜ່ານແດນຈຸດດ່ານສາກົນບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ 1 ເດືອນ ຫຼື ພາຍໃນເດືອນມີນາ 2021 ນີ້ ພາຍຫຼັງທີ່ໄດ້ແຈ້ງການໂຈະກິດຈະການເດີນເຮືອຂົນສົ່ງສິນຄ້າຜ່ານແດນເປັນການຊົ່ວຄາວ ນັບ ແຕ່ວັນທີ 28 ກັນຍາ 2020 ເປັນຕົ້ນມາ.
 ຫ້ອງວ່າການແຂວງ ແຈ້ງໃຫ້ຮູ້ຕື່ມວ່າ: ການອະນຸຍາດເປີດການເດີນເຮືອດັ່ງກ່າວເພື່ອຫຼຸດຜ່ອນຜົນກະທົບ ດ້ານການສົ່ງອອກ ແລະ ນໍາເຂົ້າສິນຄ້າພາຍໃນແຂວງ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການ ແຜ່ລະບາດຂອງພະຍາດໂຄວິດ-19 ຕາມການແນະນໍາຂອງຄະນະສະເພາະກິດຢ່າງເຂັ້ມງວດ ນອກນັ້ນຍັງຫ້າມມີການລັກລອບນໍາເຂົ້າສິນຄ້າແບບຜິດກົດໝາຍ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply