ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບປຶ້ມ 2 ພາສາລາວ-ຈີນ ໃຫ້ສື່ມວນຊົນລາວ

ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບປຶ້ມ 2 ພາສາລາວ-ຈີນ ໃຫ້ສື່ມວນຊົນລາວ

ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ໄດ້ມອບປື້ມ 2 ພາສາລາວ-ຈີນ ໃຫ້ສື່ມວນຊົນລາວ ສະເຫຼີມສະຫລອງ ມິດຕະພາບລາວ-ຈີນ ແລະ ການລະນຶກວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 60 ປີ. ພິທີມອບຮັບປື້ມດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 5 ມີນາ 2021 ທີ່ຜ່ານມາ ຢູ່ສໍານັກງານໜັງສືພິມພາສາຕ່າງປະເທດ (ວຽງຈັນທາຍ) ເປັນກຽດເຂົ້າຮ່ວມໂດຍທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸສາ ກົນແຫ່ງປະເທດຈີນ CRI ປະຈຳລາວ, ມີບັນດາຫົວໜ້າບັນນາທິການ ຈາກສຳນັກຂ່າວຕ່າງໆເຂົ້າຮ່ວມ.
ປື້ມທີ່ມອບໃນຄັ້ງນີ້ມີ 5 ເຫຼັ້ມ ຄື: ກະວີເພື່ອເຈົ້າ, 36 ກົນລະຍຸດ, ຮູ້ຮອບຈີນ, ສຳນວນໂຕງໂຕຍສຸພາສິດລາວ-ຈີນ, ຈີນ-ລາວ ແລະ ຄຳສຳຄັນເພື່ອເຂົ້າໃຈປະເທດຈີນ ລວມຈຳນວນທັງໝົດ 79 ຫົວ.
ໃນພິທີດັ່ງກ່າວ, ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ກ່າວຂອບໃຈ ຕໍ່ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວ ທີ່ໄດ້ນຳເອົາປື້ມຈຳນວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້, ເຊິ່ງເປັນແຫຼ່ງຂໍ້ມູນ, ແຫຼ່ງຄວາມຮູ້ທີ່ສຳຄັນໃຫ້ແກ່ສື່ມວນຊົນລາວ ໄດ້ອ່ານ ແລະ ສຶກສາ ເພື່ອຈະໄດ້ນຳເອົາເນື້ອໃນຂອງປື້ມເຫຼົ່ານີ້ ໄປເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງການເສີມຂະຫຍາຍຍົກລະດັບຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຂອງ ລາວ-ຈີນ, ຈີນ-ລາວ ໃນການເປັນຄູ່ຮ່ວມຊຕາກຳດຽວກັນ.

Related Articles

Leave a Reply