ຄະນະສະຫະພັນແມ່ຍິງແຂວງສະຫວັນນະເຂດ ພ້ອມດ້ວຍ ຄະນະຮາກຖານ ແລະ ໜ່ວຍແມ່ຍິງ ແຂວງສະຫວັນນະເຂດໄດ້ຈັດງານເດີນແບບອາພອນເຜົ່າເມື່ອ ບໍ່ດົນມານີ້ ພາຍໃຕ້ຫົວຂໍ້ “ແມ່ຍິງຍຸກໃໝ່ໃສ່ໃຈວັດທະ ນະທຳ” ທີ່ສູນການຄ້າສະ ຫວັນ-ໄອເຕັກ ເພື່ອເປັນການສະເຫຼີມສະຫຼອງ ແລະ ຕ້ອນຮັບວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 111 ປີ.
ງານດັ່ງກ່າວໄດ້ມີນາງແບບທີ່ເປັນເອື້ອຍນ້ອງແມ່ຍິງມາຈາກຮາກຖານ ແລະ ໜ່ວຍແມ່ຍິງອ້ອມຂ້າງແຂວງສະຫວັນນະເຂດຈຳນວນ 22 ທ່ານ ເຂົ້າຮ່ວມໂດຍແບ່ງ ອອກເປັນ 4 ປະເພດລາງວັນຄື: ລາງວັນຊະນະເລີດມີ 2 ລາງ ວັນ, ຮອງຊະນະເລີດມີ 2 ລາງວັນ, ລາງວັນທີ 3 ມີ 2 ລາງວັນ ແລະ ລາງວັນຊົມເຊີຍມີ 16 ລາງວັນ. ໃຫ້ກຽດຂຶ້ນມອບລາງວັນໃຫ້ຜູ້ຊະນະເລີດ, ຮອງຊະນະເລີດ ແລະ ລາງວັນຊົມເຊີຍ ໂດຍທ່ານ ນາງ ສີສະຫວັດ ໂຄດທະວົງສາ ກຳມະການພັກແຂວງ ປະທານສະ ຫະພັນແມ່ຍິງແຂວງສະຫວັນນະເຂດ.
ຂ່າວ-ພາບ: ສພຂ

