ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າ: ປັດຈຸບັນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ທົ່ວໂລກຍັງໜ້າເປັນຫ່ວງເຖີິງແມ່ນວ່າຈະມີວັກຊີນປ້ອງກັນພະຍາດນີ້ແລ້ວກໍ່ຕາມ ໂດຍຍັງມີ 219 ປະເທດ/ເຂດ ທີ່ຍັງມີການແຜ່ລະບາດຂອງພະຍາດນີ້, ໂດຍມີຜູ້ເສຍຊິວິດແລ້ວຫຼາຍກວ່າ 2,5 ລ້ານຄົນ ຈາກຜູ້ຕິດເຊື້ອສະສົມຫຼາຍກວ່າ 116 ລ້ານຄົນ ໃນນີ້ປິ່ນປົວຫາຍດີຫຼາຍກວ່າ 91 ລ້ານຄົນ. ປະເທດທີ່ມີລາຍງານການຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ ແມ່ນ ສະຫະລັດອາເມຣິກາ ໂດຍມີຜູ້ຕິດເຊື້ອສະສົມຫຼາຍກວ່າ 29 ລ້ານຄົນ ແລະ ອັນດັບ 2 ແມ່ນ ປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມຫຼາຍກວ່າ 11 ລ້ານຄົນ.
ຄະນະສະເພາະກິດແຈ້ງໃຫ້ຮູ້ຕື່ມອີກວ່າ: ສະເພາະ ສປປ ລາວ ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນຫຼາຍກວ່າ 2.000 ຄົນ (ເຂົ້າ-ອອກໃນທຸກໆວັນ) ແລະ ມີຜູ້ຕິດເຊື້ອສະສົມຈາກພະຍາດດັ່ງກ່າວ 47 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 42 ຄົນ. ປັດຈຸບັນນີ້ບັນດາປະເທດອ້ອມຂ້າງປະເທດລາວຍັງມີການແຜ່ລະບາດຂອງພະຍາດດັ່ງກ່າວ ຈຶ່ງຮຽກຮ້ອງໃຫ້ປະຊາຊົນລາວ ແລະ ທຸກພາກສ່ວນໃນສັງຄົມຍົກສູງສະຕິຄວາມຮັບຜິດຊອບ ໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງຖືກຕ້ອງ ແລະ ເຄັ່ງຄັດ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງ ທີ່ຈະມີການນໍາພະຍາດ ໂຄວິດ-19 ເຂົ້າມາແຜ່ລະບາດໃນປະເທດລາວຮອບໃໝ່ ແລະ ຂະຫຍາຍເປັນວົງກວ້າງ.

