ປະຊາຊົນລາວຈະໄດ້ໃຊ້ບໍລິການລົດໄຟໃນທ້າຍປີນີ້

ປະຊາຊົນລາວຈະໄດ້ໃຊ້ບໍລິການລົດໄຟໃນທ້າຍປີນີ້

 ບໍລິສັດລົດໄຟລາວ – ຈີນ ຈໍາກັດ ໃຫ້ຮູ້ວ່າ:​ ໃນເດືອນ ສິງຫາ 2021 ທີ່ຈະມາເຖິງນີ້ ບໍລິສັດຈະໄດ້ນໍາເອົາລົດໄຟມາແຕ່ຈີນເພື່ອກຽມແລ່ນທົດລອງ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2021 ນີ້ຊຶ່ງມີຄວາມຍາວທັງໝົດ 422,4 ກິໂລ ແມັດ ປະກອບມີ 32 ສະຖານີ. ສະເພາະພະນັກງານລາວທີ່ຈະເຮັດວຽກຢູ່ໂຄງການດັ່ງກ່າວຊຶ່ງເປັນຊຸດ ທໍາອິດ ໃນຕໍາແໜ່ງງານກ່ຽວກັບຜູ້ຂັບລົດໄຟ, ກົນຈັກ, ຜູ້ປະຕິບັດງານລົດໄຟ, ແລະ ຜູ້ເບິ່ງແຍງຮັກສາທາງລົດໄຟໄດ້ມີການສໍາເລັດການຝຶກອົບຮົມດ້ານທິດສະດີຢູ່ສປປ ລາວ ແລ້ວ ແລະ ກໍາລັງສືບຕໍ່ຝຶກອົມຮົມຕົວຈິງຢູ່ປະເທດຈີນໃຫ້ສໍາເລັດກ່ອນຈະມາປະຕິບັດໜ້າທີ່ຢູ່ ໂຄງການດັ່ງກ່າວ.
ບໍລິສັດລົດໄຟລາວ – ຈີນ ຈໍາກັດ ໃຫ້ຮູ້ຕື່ມອີກວ່າ:​ ໂຄງການການກໍ່ສ້າງທາງລົດໄຟດັ່ງກ່າວໄດ້ ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນທັນວາ 2016 ໂດຍມີໄລຍະການກໍ່ສ້າງ 5 ປີ ຊຶ່ງຮອດປັດຈຸບັນສໍາເລັດແລ້ວຫຼາຍກວ່າ 80% ໂດຍມີມູນຄ່າການກໍ່ສ້າງ ຫຼາຍກວ່າ 37 ຕື້ ຢວນ.ທາງລົດໄຟລາວ – ຈີນແມ່ນສ່ວນໜຶ່ງ ຂອງເສັ້ນທາງລົດໄຟໃນພາກພື້ນ ທີ່ເຊື່ອມຕໍ່ລະຫວ່າງເມືອງຄຸນໝິງ ຂອງຈີນ ກັບ ສິງກະໂປ ຜ່ານລາວ, ໄທ ແລະ ມາເລເຊຍ. 

ຂ່າວ: ວຽງຈັນທາຍ

Related Articles

Leave a Reply