ສະຖານີລົດຂົນສົ່ງໂດຍສານສາຍໃຕ້ຈະເພີ່ມລົດໂດຍສານຕື່ມອີກ 20 ຄັນຕໍ່ວັນ ຈາກ 60 ຄັນ ເປັນ 80 ຄັນເພື່ອຮອງຮັບພໍ່ແມ່ປະຊາຊົນທີ່ຈະເດີນທາງກັບບ້ານເກີດໃນໄລຍະກ່ອນປີໃໝ່ລາວ ພສ 2564 ແລະ ຈະບໍ່ຂຶ້ນລາຄາຄ່າໂດຍສານ.
ທ່ານສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປ ສະຖານີລົດໂດຍສານສາຍໃຕ້ໄດ້ກ່າວວ່າ: ປັດຈຸບັນນີ້ ທາງສະຖານີລົດໂດຍສານສາຍໃຕ້ມີຄວາມພ້ອມທຸກດ້ານເພື່ອຮອງຮັບພໍ່ແມ່ປະຊາຊົນທີ່ຈະເດີນທາງກັບບ້ານເກີດໃນໄລຍະ ວັນທີ 10-13 ເມສາ 2021 ນີ້ ຫຼື ກ່ອນປີໃໝ່ລາວ ພສ 2564 ຊຶ່ງທາງສະຖານີໄດ້ເພີ່ມລົດໂດຍສານຕື່ມອີກ 20 ຄັນເປັນ 80 ຄັນຕໍ່ວັນ ສ່ວນລາຄາແມ່ນຍັງປົກກະຕິ, ຈະບໍ່ມີການຂຶ້ນ. ສະເພາະໃນໄລຍະທີ່ມີການເດີນທາງກັບບ້ານຂອງພໍ່ແມ່ປະຊາຊົນເປັນຈໍານວນຫຼວງຫຼາຍນີ້, ການອອກລົດໂດຍສານຈະບໍ່ປະຕິບັດຕາມໂມງເວລາຄືມື້ທໍາມະດາ, ຄືລົດຄັນໃດຜູ້ໂດຍສານເຕັມແມ່ນຈະອອກເລີຍເພື່ອຫຼຸດຜ່ອນຄວາມແອອັດຂອງຜູ້ໂດຍສານ.
ທ່ານສຸກສະຫວາດໄດ້ກ່າວຕື່ມວ່າ: ໃນໄລຍະນີ້ຊຶ່ງມີການແຜ່ລະບາດຂອງພະຍາດໂຄວິດ-19, ທາງສະຖານີເອງກໍ່ໄດ້ມີມາດຕະການໃນການປ້ອງກັນພະຍາດນີ້ຢ່າງເຂັ້ມງວດ ໂດຍມີເຈວລາງມື ແລະ ມີການວັດແທກອຸນຫະພູມຮ່າງກາຍຂອງຜູ້ໂດຍສານ ແລະ ທຸກຄົນທີ່ຂຶ້ນລົດຕ້ອງມີຜ້າອັດປາກ-ດັງ.
ສະຖານີໂດຍສານສາຍໃຕ້ເປີດບໍລິການຕັ້ງແຕ່ເວລາ 4 ໂມງ 00 ຫາ 22 ໂມງ 00 ຂອງທຸກໆວັນ.
ຂໍ້ມູນ: ໂທລະພາບນະຄອນຫຼວງ

