ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຖະແຫຼງກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ ໂຄວິດ-19 ເມື່ອບໍ່ດົນມານີ້ໂດຍທ່ານໄດ້ ຮຽກຮ້ອງໃຫ້ທຸກຄົນໃນສັງຄົມຮັບເອົາຂໍ້ມູນຂ່າວສານກ່ຽວກັບພະຍາດໂຄວິດ-19ຢ່າງມີສະຕິ, ໃຫ້ເອົາໃຈໃສ່ຕິດຕາມຂໍ້ມູນຂ່າວສານຈາກທາງການ, ບໍ່ໃຫ້ສົ່ງຕໍ່ຂ່າວລືຕ່າງໆ ທີ່ບໍ່ມາຈາກແຫຼ່ງທາງການ ເຊິ່ງອາດຈະສ້າງຄວາມສັບສົນວຸ້ນວາຍໃນສັງຄົມ.
ດັ່ງກໍລະນີທີ່ມີຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ປ່ອຍຄລີບສຽງກ່ຽວກັບການປິດເມືອງນະຄອນຫຼວງວຽງຈັນຍ້ອນການແຜ່ລະບາດຂອງພະຍາດດັ່ງກ່າວ, ຄລີບສຽງທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງຊຽງຂວາງ ນັ້ນເປັນຕົ້ນ, ກອງເລຂາຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢືນຢັນວ່າເປັນຄລີບປອມ ບໍ່ມີມູນຄວາມຈິງ. ອີກກໍລະນີໜຶ່ງທີ່ມີຜູ້ປ່ອຍຂ່າວທີ່ວ່ານັກຮຽນ ຢູ່ ມັດທະຍົມ ວຽງຈັນ (ມສ ວຽງຈັນ) ຕິດພະຍາດໂຄວິດ-19 ນັ້ນ, ຕາງໜ້າໂຮງຮຽນດັ່ງກ່າວໄດ້ອອກມາຢືນຢັນວ່າ: ບໍ່ມີມູນຄວາມຈິງເປັນການສ້າງຂ່າວປອມເພື່ອສ້າງຄວາມປັ່ນປ່ວນໃຫ້ກັບໂຮງຮຽນ.
ຂ່າວ: ວຽງຈັນທາຍ

