ບໍລິສັດເບຍລາວ ມອບເງິນຊ່ວຍຕ້ານການລະບາດພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນຈໍານວນ 500 ລ້ານກີບ ຊຶ່ງພິທີມອບ-ຮັບເງິນດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 26 ເມສາ 2021 ນີ້ ຢູ່ ຫ້ອງວ່າການນະຄອນຫຼວງວຽງຈັນມອບໂດຍ ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອຳນວຍການບໍລິສັດ ແລະ ຮັບໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ.
ໃນປີ 2020 ທີ່ຜ່ານມາ, ບໍລິສັດເບຍລາວກໍ່ໄດ້ເປັນບໍລິສັດທຳອິດທີ່ມອບເງິນຊ່ວຍລັດຖະບານລາວໃນການ ຕ້ານການລະບາດຂອງພະຍາດໂຄວິດ -19 ຈຳນວນ 2 ຕື້ກີບ ໃນນີ້ແມ່ນແຈກຢາຍໃຫ້ແຕ່ລະແຂວງໂດຍມີ 17 ແຂວງໃນຂອບເຂດທົ່ວປະເທດ (ແຂວງລະ 100 ລ້ານກີບ).
ສັງລວມແລ້ວໃນປີ 2020 ແລະ ປີ 2021 ນີ້, ບໍລິສັດເບຍລາວໄດ້ມອບເງິນຊ່ວຍເຫຼືອຕ້ານໂຄວິດ-19 ໃຫ້ແກ່ລັດຖະບານລາວ ຄິດເປັນມູນຄ່າລວມທັງໝົດ 2,5 ຕື້ກີບ.

