Vientiane Times Lao
ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 65 ຄົນ, ເພີ່ມຂຶ້ນ 10 ຄົນຖ້າທຽບໃສ່ມື້ວານນີ້

ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 65 ຄົນ, ເພີ່ມຂຶ້ນ 10 ຄົນຖ້າທຽບໃສ່ມື້ວານນີ້

ຄະນະສະເພາະກິດປ້ອງກັນ,​ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 13 ພຶດສະພາ 2021 ນີ້ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 65 ຄົນ ໃນມື້ວັນທີ 13 ພຶດສະພາ 2021 ນີ້ (ເພີ່ມຂຶ້ນ  10 ຄົນຖ້າທຽບໃສ່ມື້ວັນທີ 12 ພຶດສະພາທີ່ຜ່ານມາ). ຜູ້ຕິດເຊື້ອໃໝ່ຈໍານວນດັ່ງກ່າວແມ່ນຢູ່ນະຄອນຫຼວງວຽງຈັນ 26 ຄົນ, ແຂວງຈໍາປາສັກ 12 ຄົນ, ສະຫວັນນະເຂດ 3 ຄົນ ແລະ ແຂວງ ບໍ່ແກ້ວ 24 ຄົນ.
ຮອດມື້ວັນທີ13 ພຶດສະພາ 2021ນີ້, ປະເທດລາວມີຜູ້ຕິດເຊື້ອສະສົມຈາກພະຍາດດັ່ງກ່າວແລ້ວ 1.482 ຄົນ ໃນນີ້ປິ່ນປົວຫາຍດີ 431 ຄົນ ແລະ ເສຍຊີວິດ 1 ຄົນ.
ໃນຈໍານວນຜູ້ຕິດເຊື້ອ 1.482 ຄົນ ນັ້ນ ຢູ່ນະຄອນຫຼວງວຽງຈັນ 779 ຄົນ, ແຂວງຜົ້ງສາລີ 5 ຄົນ, ແຂວງບໍ່ແກ້ວ 356 ຄົນ, ຫຼວງນໍ້າທາ 7 ຄົນ,ອຸດົມໄຊ 9 ຄົນ, ຫຼວງພະບາງ 19 ຄົນ, ໄຊຍະບູລີ 3 ຄົນ, ຊຽງຂວາງ 1 ຄົນ, ແຂວງວຽງຈັນ 17 ຄົນ, ບໍລິຄໍາໄຊ 3 ຄົນ, ຄໍາມ່ວນ 1 ຄົນ, ສະຫວັນນະເຂດ 53, ສາລະວັນ 12 ຄົນ, ຈໍາປາສັກ 216 ຄົນ ແລະ ແຂວງເຊກອງ 1 ຄົນ.​

Related Articles

Leave a Reply