Vientiane Times Lao
ຫຼາຍພາກສ່ວນມອບເງິນ ແລະ ຢາວັກຊີນຕ້ານໂຄວິດ-19 ໃຫ້ແກ່ ສປປ ລາວ

ຫຼາຍພາກສ່ວນມອບເງິນ ແລະ ຢາວັກຊີນຕ້ານໂຄວິດ-19 ໃຫ້ແກ່ ສປປ ລາວ

ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວຍັງໜ້າເປັນຫ່ວງ, ຮອດວັນທີ 13 ພຶດສະພາ 2021 ທີ່ຜ່ານມານີ້ ມີຜູ້ຕິດເຊື້ອສະສົມຈາກພະຍາດດັ່ງກ່າວນີ້ແລ້ວສູງເຖິງ 1.482 ຄົນ ໃນຂອບເຂດທົ່ວປະເທດ, ໃນນີ້ປິ່ນປົວຫາຍດີແລ້ວ 431 ຄົນ, ຍັງນອນປິ່ນປົວຢູ່ໂຮງໝໍ 1.050 ຄົນ ແລະ ເສຍຊີວິດ 1 ຄົນ.

ໃນການປ້ອງກັນພະຍາດດັ່ງກ່າວນີ້ຢູ່ລາວໄດ້ມີຫຼາຍປະເທດ, ອົງການຈັດຕັ້ງສາກົນ, ພາກເອກະຊົນ, ນັກທຸລະກິດ ໄດ້ມີການມອບເງິນຊ່ວຍເຫຼືອ, ມອບອຸປະກອນການແພດ ແລະ ອື່ນໆໃຫ້ລັດຖະບານລາວ ຊຶ່ງເມື່ອມໍ່ໆມານີ້ ກໍມີບໍລິສັດເທີນຫີນບູນ ພາວເວີ ຈໍາກັດ ໄດ້ມອບວັກຊິນ 6.000 ໂດສ ລວມມູນຄ່າ 150.000 ໂດລາ, ບໍລິສັດ ກຸ່ມຄໍາໄພ ຊະນະ ຈໍາກັດຜູ້ດຽວ ມອບເງິນ 200 ລ້ານກີບ, ສະມາຄົມຊາວຈີນ ພົ້ນທະເລ ມອບເງິນ 100 ລ້ານກີບ ແລະ ທະນາຄານ ແຄນນາດຽນລາວ ຈໍາກັດ ມອບເງິນ 50 ລ້ານກີບ ໂດຍມີພິທີມອບເງິນ ແລະ ຢາວັກຊີນດັ່ງກ່າວເມື່ອວັນທີ 13 ພຶດສະພາ 2021 ທີ່ຜ່ານມາຢູ່ສໍານັກງານນາຍົກລັດຖະມົນຕີ ຊຶ່ງຕາງໜ້າລັດຖະບານຮັບໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ. 

Related Articles

Leave a Reply