ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວເມື່ອວັນທີ 15 ພຶດສະພາ 2021 ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 15 ພຶດສະພາ 2021 ນີ້ຈໍານວນ 72 ຄົນ ໃນນີ້ຢູ່ນະຄອນຫຼວງວຽງຈັນ 14 ຄົນ, ແຂວງສະຫວັນນະເຂດ 6 ຄົນ, ຈຳປາສັກ 15 ຄົນ ແລະ ແຂວງບໍ່ແກ້ວ 37 ຄົນ.
ຮອດປັດຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວຈໍານວນ 1.570 ຄົນ ໃນນີ້ປິ່ນປົວຫາຍດີ 555 ຄົນ ແລະ ເສຍຊີວິດ 2 ຄົນແລ້ວ ຍັງນອນປິ່ນປົວຢູ່ໂຮງໝໍໃນຂອບເຂດທົ່ວປະເທດຈຳນວນ 1.013 ຄົນ.

