Vientiane Times Lao
ແຂວງໄຊສົມບູນ ຕົກລົງໃຫ້ບໍລິສັດ ເຄເຄເອັບຊີຈະເລີນ ກໍ່ສ້າງເຄຫາສະຖານ, ຂົວ-ທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ລົງທຶນກ່ຽວກັບການຂຸດຄົ້ນແຮ່ເຫຼັກ ຢູ່ເມືອງລ້ອງແຈ້ງ

ແຂວງໄຊສົມບູນ ຕົກລົງໃຫ້ບໍລິສັດ ເຄເຄເອັບຊີຈະເລີນ ກໍ່ສ້າງເຄຫາສະຖານ, ຂົວ-ທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ລົງທຶນກ່ຽວກັບການຂຸດຄົ້ນແຮ່ເຫຼັກ ຢູ່ເມືອງລ້ອງແຈ້ງ

ອົງການປົກຄອງແຂວງໄຊສົມບູນ ຮ່ວມກັບ ບໍລິສັດ ເຄເຄເອັບຊີຈະເລີນ ກໍ່ສ້າງເຄຫາສະຖານ, ຂົວ-ທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແຮ່ເຫຼັກ ໃນເນື້ອທີ່ 70,68 ກິໂລຕາແມັດ ເຂດບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2021 ຜ່າມມານີ້ ທີ່ສະໂມສອນເມືອງອານຸວົງ ລະຫວ່າງ ທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ຄຳກອງ ໄຊຍະສິດ ປະທານບໍລິສັດ ເຄເຄເອັບຊີຈະເລີນ ກໍ່ສ້າງເຄຫາສະຖານ, ຂົວ-ທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ອີງຕາມບົດບັນທຶກດັ່ງກ່າວ, ບໍລິສັດ ເຄເຄເອັບຊີຈະເລີນ ກໍ່ສ້າງເຄຫາສະຖານ, ຂົວ-ທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ຈະຕ້ອງໄດ້ຈັດຕັ້ງປະຕິບັດບັນດາໜ້າວຽກ ໃນໄລຍະເວລາຂອງບົດບັນທຶກ ກໍານົດແມ່ນ 24 ເດືອນ ຄື: ຊອກຄົ້ນ, ສໍາຫຼວດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ໂດຍບໍລິສັດວາງເງິນຄໍ້າປະກັນໄລຍະເວລາປະຕິບັດໂຄງການດັ່ງກ່າວ ຈຳນວນ 50.000 ໂດລາ ສະຫະລັດ.

ໂອກາດດັ່ງກ່າວ ບໍລິສັດ ຍັງໄດ້ປະກອບສ່ວນເງິນຊຸກຍູ້ການພັດທະນາ ແຂວງໄຊສົມບູນ  ຈຳນວນ 25.000 ໂດລາ ແລະຊຸກຍູ້ການ ພັດທະນາທ້ອງຖິ່ນ ເມືອງລ້ອງແຈ້ງ ຈຳນວນ 20.000 ໂດລາ ພ້ອມກັນນັ້ນ ບໍລິສັດ ຍັງໄດ້ນຳເອົາລົດ ຈຳນວນ 2 ຄັນ ຄື: ລົດຟໍຈູນເນີ ແລະ ຣີໂວ້ ມາມອບໃຫ້ອົງການປົກຄອງ ແຂວງໄຊສົມບູນ ເພື່ອນຳໃຊ້ເຂົ້າໃນວຽກງານພາຍໃນແຂວງ ຕື່ມອີກ.

ຂໍ້ມູນຂ່າວ: ຈິນລະວອນ

Related Articles

Leave a Reply