Vientiane Times Lao
ແຮງງານລາວ ຫຼາຍກວ່າ 200.000 ຄົນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19

ແຮງງານລາວ ຫຼາຍກວ່າ 200.000 ຄົນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19

ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ທຸກໆຂະແໜງການຢູ່ ລາວ ໂດຍສະເພາະມີການເລີກຈ້າງແຮງງານເປັນຈໍານວນຫຼາຍ ຊຶ່ງອີງຕາມຂໍ້ມູນຫຼ້າສຸດ ຈາກກະຊວງແຮງ ງານ ແລະ ສະຫວັດດີການສັງຄົມຊີ້ໃຫ້ເຫັນວ່າ: ມີແຮງງານຢູ່ພາຍໃນປະເທດຖືກໂຈະເຮັດວຽກຊົ່ວຄາວຫຼາຍກວ່າ 100.000 ຄົນ, ມີແຮງງານລາວຈໍານວນຫຼາຍກວ່າ 100.000 ຄົນທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານຕ່າງກໍ່ໄດ້ກັບຄືນມາປະເທດເຊັ່ນກັນ ແລະ ຍັງມີແຮງງານນອກລະບົບຈໍານວນໜຶ່ງອີກທີ່ໄດ້ຮັບຜົນກະທົບ.

 ເນື່ອງໃນໂອກາທີ່ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ຂອງອົງການແຮງງານສາກົນ ສະໄໝທີ 109 ປະຈຳປີ 2021 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ທີ່ໄດ້ໄຂຂຶ້ນໃນລະຫວ່າງວັນທີ 3-19 ມິຖຸນາ 2021, ທີ່ ເມືອງເຈນີວາ, ປະເທດສະວິດເຊີແລນ ພາຍຫົວຂໍ້: “ການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງລັດຖະບານ ເພື່ອປົກປ້ອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຢູ່ ສປປ ລາວ” ດ້ວຍຮູບແບບກອງປະຊຸມທາງໄກ,  ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ຕາງໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ກ່າວປະກອບຄວາມເຫັນ ເຊິ່ງມີເນື້ອໃນບາງຕອນທີ່ສຳຄັນວ່າ: “ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກະທົບຕໍ່ການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງທົ່ວໂລກ ໂດຍສະເພາະແມ່ນສະຖຽນລະພາບຂອງການເຮັດວຽກ ແລະ ລາຍຮັບຂອງກຳລັງແຮງງານ. ສຳລັບ ສປປ ລາວ, ໂຄວິດ-19 ໄດ້ເຮັດໃຫ້ກໍາລັງແຮງງານທີ່ເຮັດວຽກຢູ່ພາຍໃນປະເທດຈຳນວນ 114.000 ຄົນ ຖືກໂຈະການຈ້າງງານຊົ່ວຄາວ ແລະ 130.000 ຄົນ ຕ້ອງໄດ້ກັບຈາກການເຮັດວຽກຢູ່ຕ່າງປະເທດ.​ ນອກນັ້ນ, ກໍຍັງມີແຮງງານນອກລະບົບຈຳນວນ ຫຼາຍ ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນ ແຮງ ງານທີ່ເຄື່ອນຍ້າຍຈາກຊົນນະບົດເຂົ້າມາເຮັດວຽກຢູ່ໃນຕົວເມືອງຕ່າງໆຂອງປະເທດ ລວມທັງແຮງ ງນ ທີ່ຜະລິດກະສິກຳເພື່ອເປັນສິນຄ້າ. ຂະແໜງບໍລິການ ເປັນຂະແໜງການທີ່ໄດ້ຮັບ ຜົນ ກະທົບຫຼາຍກວ່າຂະແໜງການອືື່ນໆ ຊຶ່ງມາຮອດປັດຈຸບັນແມ່ນບໍ່ສາມາດກັບມາດຳເນີນກິດຈະການໄດ້, ຂະແໜງການຜະລິດເສື້ອຜ້າ, ເກີບ ແລະ ຜະລິດຕະພັນອື່ນໆເພື່ອສົ່ງອອກ ກໍ່ບໍ່ສາມາດດຳເນີນການຜະລິດໄດ້ເປັນປົກກະຕິ.

ເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານ ໄດ້ປະຕິບັດມາດຕະການໃນການຊ່ວຍເຫຼືອຜູ້ອອກແຮງງານ ແລະ ຜູ້ລົງທຶນ ທີ່ໄດ້ຮັບຜົນກະທົບ ເຊັ່ນ: ກຳນົດນະໂຍບາຍຍົກເວັ້້ນອາກອນເງິນເດືອນ, ຫຼຸດຜ່ອນ ຫຼື ເລື່ອນເວລາການຈ່າຍພັນທະຕ່າງໆຂອງຜູ້ລົງທຶນ ລວມທັງການຈ່າຍເງີນສົມທົບເຂົ້າກອງທຶນປະກັນສັງຄົມ. ພ້ອມນີ້, ລັດຖະບານໄດ້ອະນຸຍາດຈ່າຍເງິນອຸດໜູນການວ່າງງານໃຫ້ສະມາຊິກກອງທຶນເປັນກໍລະນີພິເສດ ຊຶ່ງໄດ້ຈ່າຍທັງໝົດ 38,18 ຕື້ກີບ ຫຼື ປະມານ 4 ລ້ານໂດລາສະຫະລັດ”.

ຂໍ້ມູນ: ກະຊວງ​ ຮສສ

Related Articles

Leave a Reply