ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 44 ຄົນ ເມື່ອວັນທີ 7 ກໍລະກົດ 2021 ນີ້ ຈາກຜູ້ເຂົ້າກວດວິເຄາະທັງໝົດ 2.184
ຄົນໃນຂອບເຂດທົ່ວປະເທດເມື່ອວັນທີ 6 ກໍລະກົດ 2021 ທີ່ຜ່ານມາ. ຜູ້ຕິດເຊື້ອທີ່ກວດພົບໃໝ່ດັ່ງກ່າວແມ່ນຢູ່ນະຄອນຫຼວງ ວຽງຈັນ 1 ຄົນ (ກໍລະນີນໍາເຂົ້າ), ແຂວງວຽງຈັນ 2 ຄົນ (ຕິດເຊື້ອໃນຊຸມຊົນ), ຄໍາມ່ວນ 3 ຄົນ (ກໍລະນີນໍາເຂົ້າ), ສະຫວັນນະເຂດ 17 ຄົນ (ກໍລະນີນຳເຂົ້າ) ແລະ ແຂວງ ຈໍາປາສັກ: 21 ຄົນ (ກໍລະນີນໍາເຂົ້າ).
ຮອດປັດຈຸບັນນີ້, ສປປ ລາວ ມີຜູ້ຕິດເຊື້ອສະສົມແລ້ວ 2.400 ຄົນ, ປິ່ນປົວຫາຍດີ 2.713 ຄົນ, ຍັງນອນປິ່ນ ປົວ 316 ຄົນ ແລະ ເສຍຊີວິດ 3 ຄົນ.