ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ຍັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນຈຳນວນຫຼາຍໃນແຕ່ລະວັນ ໂດຍກວດພົບຈາກແຮງງານລາວທີ່ກັບຄືນປະເທດ ຊຶ່ງເມື່ອວັນທີ 10 ກໍລະກົດ 2021 ນີ້ ສປປ ລາວກວດພົບຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມທັງໝົດ 93 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອຢູ່ແຂວງບໍ່ແກ້ວ 2 (ກໍລະນີນຳເຂົ້າ), ຄຳມ່ວນ 1 ຄົນ (ກໍລະນີນຳເຂົ້າ), ສະຫວັນນະເຂດ 45 ຄົນ (ກໍລະນີນຳເຂົ້າ) ແລະ ແຂວງຈຳປາສັກ 45 (ກໍລະນີນຳເຂົ້າ 43 ຄົນ ແລະ 2 ຄົນ ຕິດໃນຊຸມຊົນ).
ຮອດປັດຈຸບັນນີ້, ສປປ ລາວ ມີຜູ້ຕິດເຊື້ອສະສົມ 2.630 ຄົນ, ໃນນີ້ປິ່ນປົວຫາຍດີ 2.174 ຄົນ, ຍັງນອນປິ່ນປົວ 453 ຄົນ ແລະ ເສຍຊີວິດ 3 ຄົນ.
