Vientiane Times Lao
ບໍລິສັດ ທາງລົດໄຟລາວ-ຈີນ ຈະຢຸດແລ່ນລົດໄຟໂດຍສານທັງໝົດໃນມື້ອື່ນ

ບໍລິສັດ ທາງລົດໄຟລາວ-ຈີນ ຈະຢຸດແລ່ນລົດໄຟໂດຍສານທັງໝົດໃນມື້ອື່ນ

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດຈະຢຸດແລ່ນລົດໄຟໂດຍສານທັງໝົດເປັນການຊົ່ວຄາວໃນມື້ອື່ນ ຫຼື ມື້ວັນທີ 23 ກໍລະກົດ 2025 ນີ້ ເພື່ອຮັບປະກັນຊີວິດ ແລະ ຊັບສິນຂອງຜູ້ໂດຍສານໃຫ້ມີຄວາມປອດໄພ ແລະ ປ້ອງກັນອຸບັດເຫດທີ່ອາດຈະເກີດຂຶ້ນຍ້ອນພາຍຸໃຕ້ຝຸ່ນ “ວິພາ” ຊຶ່ງອາດຈະມີຄວາມສ່ຽງສູງຕໍ່ການເກີດໄພພິບັດທາງທໍາມະຊາດເປັນຕົ້ນແມ່ນດິນເຈື່ອນ, ຂີ້ຕົມກ້ອນຫີນໄຫຼຊຸ ແລະ ອື່ນໆ.

ທ່ານຜູ້ໂດຍສານສາມາດຍົກເລີກປີ້ເອົາເງິນຄືນ ຫຼື ປ່ຽນປີ້ໄດ້ ຜ່ານແອັບຂາຍປີ້ອອນລາຍ LCR Ticket ຫຼື ຫ້ອງຂາຍປີ້ໃນແຕ່ລະສະຖານີໂດຍບໍ່ເສຍຄ່າທຳນຽມໃດໆທັງໝົດ. ສຳລັບທ່ານໃດທີ່ບໍ່ສາມາດເຮັດທຸລະກຳໄດ້ທັນເວລາແມ່ນສາມາດຍົກເລີກປີ້ເອົາເງິນຄືນໄດ້ພາຍໃນ 30 ວັນ ນັບແຕ່ວັນເດີນທາງໃນໜ້າປີ້ເປັນຕົ້ນໄປ ແລະ ຈະໄດ້ເງິນຄືນເຕັມຈໍານວນ.

ແຫຼ່ງຂໍ້ມູນ: ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ

Related Articles

Leave a Reply