Vientiane Times Lao
ຫຼາຍບ້ານ ໃນແຂວງຫຼວງພະບາງ ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ນໍ້າຖ້ວມຊຸ ຢ່າງໜັກໜ່ວງ

ຫຼາຍບ້ານ ໃນແຂວງຫຼວງພະບາງ ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ນໍ້າຖ້ວມຊຸ ຢ່າງໜັກໜ່ວງ

ໃນໄລຍະວັນທີ 22 ຫາ 23 ກໍລະກົດ ປີ 2025 ນີ້, ໄດ້ເກີດມີໄພພິບັດທາງທໍາມະຊາດ ນໍ້າຖ້ວມຊຸ ຈາກພາຍຸວິພາ ຊຶ່ງເຮັດໃຫ້ຫຼາຍບ້ານໃນແຂວງຫຼວງພະບາງໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ດັ່ງກ່າວ ຢ່າງໜັກໜ່ວງ ເປັນຕົ້ນ ເມືອງຊຽງເງິນ ມີບ້ານທີ່ຖືກຜົນກະທົບຈາກໄພພິບັດທາງທໍາມະຊາດ ນໍ້າຖ້ວມຊຸ ຈາກພາຍຸວິພາໃນເບື້ອງຕົ້ນແລ້ວ 10 ບ້ານ ຢູ່ແຄມນ້ໍາຄານ ແລະ 8 ບ້ານຢູ່ລ້ອງນ້ໍາຂັນ ທີ່ຢູ່ພື້ນທີ່ຕ່ຳ ພ້ອມດ້ວຍສັດລ້ຽງ ແລະ ຜົນຜະລິດຂອງປະຊາຊົນ  ໄດ້ຮັບຄວາມເສຍຫາຍເປັນຈຳນວນຫຼາຍ.

ນອກນັ້ນ ຍັງມີສະພາບຄວາມເສຍຫາຍຈາກ ເຫດນໍ້າຖ້ວມຊຸຢູ່ບ້ານສີບຸນເຮືອງ, ສີມຸງຄຸນ, ໂພນຫີນ ແລະ ນາຝາຍ ເມືອງນານ ແຂວງຫຼວງພະບາງ ເນື່ອງຈາກມີຝົນຕົກຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ນໍ້າຖ້ວມຊຸກະທັນຫັນ ບ້ານເຮືອນພໍ່ແມ່ປະຊາຊົນຫຼາຍຫຼັງເສຍຫາຍໜັກ, ປະຈຸບັນ ນໍ້າໄດ້ເລີ່ມແຫ້ງແລ້ວ ແຕ່ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້.

ຕໍ່ກັບສະພາບໄພພິບັດທາງທໍາມະຊາດ ຢູ່ເມືອງຊຽງເງິນ ນັ້ນ, ໃນວັນທີ 23 ກໍລະກົດ 2025 ນີ້ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ຫຼວງພະບາງ ປະທານ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມດ້ວຍຄະນະຂັ້ນແຂວງ ລົງເຄື່ອນໄຫວສົມທົບກັບການນໍາເມືອງຊຽງເງິນ ຕິດຕາມສະພາບລະດັບນ້ຳຄານຢູ່ເຂດ ເມືອງຊຽງເງິນ ເພື່ອເປັນການເຝົ້າລະວັງ-ປ້ອງກັນບໍ່ໃຫ້ມີຜົນເສຍຫາຍເປັນວົງກວ້າງ ເນື່ອງຈາກປະລິມານນ້ຳຄານໃນຕອນເໜືອຍັງມີທ່າອ່ຽງເພີ່ມຂຶ້ນສູງ ສາເຫດເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ

ປະຈຸບັນ ຄະນະກຳມະການໄພພິບັດຂັ້ນເມືອງ ໄດ້ລະດົມກໍາລັງທະຫານ-ຕຳຫຼວດ ສົມທົບກັບອົງການປົກຄອງບ້ານ ແລະ ປະຊາຊົນຄອບຄົວທີ່ໄດ້ຮັບຜົນກະທົບ ເກັບມ້ຽນເຄື່ອງຂອງສຳຄັນ ແລະ ສັດລ້ຽງໄປໄວ້ບ່ອນປອດໄພ, ທັງຈັດຕັ້ງກອງເລຂາເຝົ້າລະວັງສະພາບໄພພິບັດຕະຫຼອດ 24 ຊົ່ວໂມງ ເນື່ອງຈາກລະດັບນ້ຳຍັງເພີ່ມຂື້ນຕໍ່ເນື່ອງ.

ພ້ອມກັນນັ້ນ, ທ່ານ ບຸນເລື່ອມ ມະນີວົງ ໄດ້ຊີ້ນໍາໃຫ້ອົງການປົກຄອງເມືອງ ແລະ ປະຊາຊົນ ທົ່ວແຂວງ ໂດຍສະເພາະເມືອງຊຽງເງິນ ພ້ອມກັນເຝົ້າລະວັງສະພາບໄພພິບັດທີ່ອາດຈະເກີດຂື້ນເພື່ອຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນ, ໂດຍສະເພາະປຸກລະດົມປະຊາຊົນ ທີ່ອາໄສຢູ່ແຄມນໍ້າ ແລະ ເຂດພື້ນທີ່ຕໍ່າ ແຄມນ້ຳຂອງ, ນ້ຳອູ, ນ້ຳເຊືອງ ແລະ ນ້ຳຄານ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບ ສະພາບຝົນໜັກຕິດຕໍ່ກັນຫຼາຍວັນທີ່ຈະເຮັດໃຫ້ເກີດດິນເຈື່ອນ, ນ້ຳຖ້ວມຊຸ ແລະ ນ້ຳຖ້ວມຍຶ່ງ.

ທີ່ມາ: ໂທລະພາບ ແຂວງ​ຫລວງພະບາງ

Related Articles

Leave a Reply