Vientiane Times Lao
ລະດັບນ້ຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາຕ່າງໆ ເຂດພາກກາງ ແລະ ພາກໃຕ້ ຂຶ້ນສູງກາຍເຂດເຕືອນໄພ

ລະດັບນ້ຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາຕ່າງໆ ເຂດພາກກາງ ແລະ ພາກໃຕ້ ຂຶ້ນສູງກາຍເຂດເຕືອນໄພ

ປະຈຸບັນ, ສະພາບລະດັບນ້ຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ: ນ້ຳຂອງ ສະຖານີທ່າເຮືອ ຫຼັກ 4 ນະຄອນຫຼວງວຽງຈັນ; ສະຖານີທ່າແຂກ ແຂວງຄຳມ່ວນ; ສະຖານີປາກເຊ ແຂວງຈຳປາສັກ; ນ້ຳເຊບັ້ງໄຟ: ສະຖານີຂົວເຊ, ສະຖານີຕົ້ນແຫນ; ນ້ຳເຊໂດນ: ສະຖານີສຸວັນນະຄີລີ; ເຊບັ້ງຫຽງ: ສະຖານີລະຫານ້ຳ ເມືອງສອງຄອນ ແຂວງສະຫວັນນະເຂດ ແລະ ນ້ຳເຊຈຳພອນ: ສະຖານີແກ້ງກອກ ເມືອງຈຳພອນ ແຂວງສະຫວັນນະເຂດ ລະດັບນ້ຳໄດ້ຂຶ້ນສູງກາຍເຂດເຕືອນໄພ.

ຕໍສະພາບດັ່ງກ່າວ, ຂໍໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ໃກ້ລຽບຕາມແຄມແມ່ນ້ຳ ແລະ ເຂດພື້ນທີ່ຕ່ຳຕາມບັນດາແມ່ນ້ຳ ແລະ ສະຖານີ ທີ່ໄດ້ກ່າວມາຂ້າງເທິງນັ້ນ  ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກຕໍ່ເນື່ອງຫຼາຍວັນ ທີ່ອາດຈະເຮັດໃຫ້ລະດັບນ້ຳເພີ່ມຂື້ນ ແລະ ເກີດນ້ຳຖ້ວມຍື່ງ, ນ້ຳຖ້ວມຂັງ ໃນ 1 ຫາ 2 ວັນຕໍ່ໜ້າ.

ສໍາລັບ ພະຍາກອນອາກາດ ປະຈໍາວັນທີ 30 ກໍລະກົດ 2025 ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ຄວາມກົດດັນອາກາດຕ່ຳຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງ ຫາ ແຮງ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງມີກຳລັງແຮງພັດປົກຄຸມ ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກ ໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

Related Articles

Leave a Reply