ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ ຈະຈັດຫຼາຍກິດຈະກຳ ເພື່ອສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025 ເປັນຕົ້ນ:
ພິທີເປີດ ແລະ ຊົມການສະແດງສິນຄ້າ ແລະ ຜະລິດຕະພັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຈະຈັດຂຶ້ນມື້ນີ້ ທີ່ຫໍວັດທະນະທຳ ແຫ່ງຊາດ ເລີ່ມເວລາ 13:30 ໂມງ. ພິທີດັ່ງກ່າວ ເປັນການເປີດໂອກາດ ໃຫ້ຜູ້ປະກອບການດ້ານສື່ ແລະ ການພິມຈໍາໜ່າຍ ນຳເອົາຜົນງານການເຄື່ອນໄຫວວຽກງານ ແລະ ຜົນສຳເລັດໃນການພັດທະນາຜະລິດຕະພັນ ມາວາງສະແດງ. ນອກຈາກນັ້ນ ກໍ່ຈະມີ ສໍາມະນາວິທະຍາສາດ ເຊິ່ງຈະຈັດຂຶ້ນໃນວັນທີ 12 ສີງຫາ 2025 ທີ່ຫໍວັດທະນະທຳ ແຫ່ງຊາດ ເລີ່ມ 8 ໂມງເຊົ້າ. ສຳມະນາດັ່ງກ່າວ ຈະເປັນເວທີໃນການແລກປ່ຽນຄຳຄິດຄຳເຫັນ ແລະ ພົບປະກັນ ລະຫວ່າງພາກສ່ວນສື່, ການພິມຈຳໝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ ແລະ ເອກະຊົນ.
ການສະຫຼີມສະຫຼອງວັນດັ່ງກ່າວ ຍັງຈະມີພິທີໂຮມຊຸມນຸມໃຫຍ່ ເຊິ່ງຈະຈັດຂຶ້ນໃນຕອນບ່າຍໃນວັນດຽວກັນ ທີ່ຫໍວັດທະນະທຳ ແຫ່ງຊາດ.