Vientiane Times Lao
ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງໄຊທານີ ແລະ ເມືອງໄຊເສດຖາ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ 

ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງໄຊທານີ ແລະ ເມືອງໄຊເສດຖາ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ 

ບັນດາຜູ້ຊົມໃຊ້ນ້ຳປະປາ ໃຫ້ກະກຽມກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຢູ່ຂອບເຂດພື້ນທີ່ ທີ່ຢູ່ໃກ້ຄຽງ ຂອງເມືອງໄຊທານີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ: ບ້ານນານົມ, ບ້ານດົງບັງ, ບ້ານນາສາລາ, ບ້ານນາລ້ອມ, ບ້ານໂຄກສີວິໄລ, ບ້ານໂຄກສະອາດ, ບ້ານໄຜ່ລ້ອມ, ບ້ານໄຊສົມບູນ, ບ້ານຫົວຊຽງ, ບ້ານໂຊກນ້ອຍ-ໂຊກໃຫຍ່, ບ້ານສະພັງຄະນົງ, ເຂດອຸດສະຫະກຳໂນນທອງ, ອຸດສາຫະກຳໄຊເສດຖາ ແລະ ບ້ານ ອື່ນໆ.ເນື່ອງຈາກ ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ປິດນ້ຳຊົ່ວຄາວ ເພື່ອດຳເນີນການສ້ອມແປງທໍ່ນ້ຳປະປາແຕກຮົ່ວ ທໍ່ຂະໜາດ DIP DN700 mm ຢູ່ບ້ານນານົມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 15 ສິງຫາ 2025 ເລີ່ມແຕ່ 9:00ໂມງ ຫາ 16: 00ໂມງ ຊຶ່ງໄລຍະການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ.

Related Articles

Leave a Reply