ເກີດເຫດລະເບີດແຕກໃສ່ປະຊາຊົນ ທີ່ບ້ານກອງຕູນ ເມືອງປາກຊ່ອງ ແຂວງຈຳປາສັກ ໃນວັນອັງຄານທີ່ຜ່ານມາ ໃນຂະນະທີ່ປະຊາຊາຊົນກຳລັງຕັດຫຍ້າຢູ່ສວນ ໂດຍໄດ້ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ ແລະ ຫຼານນ້ອຍບາດເຈັບສົມຄວນ 1 ຄົນ.
ລະເບີດທີ່ແຕກໃສ່ປະຊົນດັ່ງກ່າວນັ້ນ ແມ່ນຕົກຄ້າງແຕ່ສະໄໝສົງຄາມ (ລະເບີດບໍ່ທັນແຕກ) ທີ່ຍັງຕົກຄ້າງຢູ່ຫຼາຍກວ່າ 15 ແຂວງຂອງປະເທດລາວ. ໃນແຕ່ລະປີຍັງມີປະຊາຊົນລາວໄດ້ເສຍຊີວິດ, ບາດເຈັບ ແລະ ພິການຈາກລະເບິດດັ່ງກ່າວເປັນຈໍານວນຫຼາຍ.
ທີ່ມາ: ປະຊາຊົນພື້ນທີ່