ກະຊວງສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່ ແລະ ອົງການ Save the Children International ປະຈຳລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ໂຄງການຍຸງລາຍໂລກ ໄດ້ຈັດກິດຈະກຳປ່ອຍຍຸງລາຍ Wolbachia ຈໍານວນຫຼາຍກວ່າ 130 ລ້ານໂຕ ເມື່ອມໍ່ໆມານີ້ຢູ່ ນະຄອນຫຼວງວຽງຈັນ.
ຍຸງໂວບັກເຄຍ (Wolbachia) ຫຼື ຍຸງທີ່ລ້ຽງໃນຫ້ອງລ້ຽງຍຸງເຫຼົ່ານີ້ ຈະຖືເຊື້ອຈຸລິນຊີທີ່ເກີດຂຶ້ນຕາມທຳມະຊາດຊື່ວ່າ ໂວບັກເຄຍ (Wolbachia), ເຊິ່ງຊ່ວຍຫຼຸດຜ່ອນຄວາມສາມາດຂອງຍຸງ ໃນການສົ່ງຕໍ່ເຊື້ອພະຍາດ ສູ່ຄົນທີ່ເປັນອັນຕະລາຍຕໍ່ຊີວິດ, ຫຼຸດຜ່ອນຄວາມສ່ຽງການລະບາດຂອງພະຍາດໄຂ້ຍຸງລາຍ, ໄຂ້ຊິກ້າ, ໄຂ້ຊິກຸນກຸນຢາ ແລະ ໄຂ້ເຫຼືອງ. ເມື່ອ ຍຸງໂວບັກເຄຍ ຖືກປ່ອຍອອກໄປ, ພວກມັນຈະປະສົມພັນກັບຍຸງທຳມະຊາດ, ຈາກລຸ້ນສູ່ລຸ້ນ ຈົນກວ່າຍຸງດີເຫຼົ່ານີ້ຈະເຂົ້າມາແທນທີ່ປະຊາກອນຍຸງໃນທ້ອງຖິ່ນ.
ທີ່ມາ: Save the Children International