ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ລາຍງານວ່າ: ວັນທີ 18 ສິງຫາ 2025 ເວລາ 13:00 ໂມງ ເຈົ້າໜ້າທີ່ໜ່ວຍສະເພາະກິດ ກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ສົມທົບກັບອຳນາດການປົກຄອງບ້ານຫົວຂົວ ເຂົ້າກັກຕົວທ້າວ ວິນລີ້ ອາຍຸ 29 ປີ ຢູ່ບ້ານຫົວຂົວ ເມືອງໄຊເສດຖາ ໃນຂໍ້ຫາທຸບແວ່ນລົດໃຫຍ່ ແລະ ລັກເອົາພຣະ ຂອງເຈົ້າຂອງລົດ ທີ່ຈອດຢູ່ແຄມທາງ ບ້ານທາດຫຼວງກາງ ໃນວັນທີ 15 ສິງຫາ 2025 ຜ່ານມາ.
ຜ່ານການສອບສວນເບື້ອງຕົ້ນ ຜູ້ກ່ຽວສາລະພາບ ວ່າ: ຕົນເອງໄດ້ກໍ່ເຫດທຸບແວ່ນລົດໃນວັນທີ 15 ສິງຫາ 2025 ຢູ່ບ້ານທາດຫຼວງກາງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແທ້, ສາເຫດ ແມ່ນຍ້ອນເຫັນພຣະຢູ່ໃນລົດ ແລະ ຄິດຢາກໄດ້ພຣະມາເປັນຂອງຕົນເອງ ຈຶ່ງເອົາກ້ອນຫີນດຶກໃສ່ແວ່ນລົດແລ້ວ ລັກເອົາພຣະໄປ.
ປະຈຸບັນ, ເຈົ້າໜ້າທີ່ກຳລັງ ສືບສວນສອບສວນຂະຫຍາຍຜົນຕື່ມວ່າຜູ້ກ່ຽວໄດ້ເຄີຍກໍ່ເຫດລັກສະນະນີ້ຢູ່ໃສຕື່ມຫຼືບໍ່? ຖ້າທ່ານໃດໄດ້ຮັບຜົນເສຍຫາຍ ຫຼື ມີຫຼັກຖານ ສາມາດເຂົ້າແຈ້ງຄວາມນຳເຈົ້າໜ້າທີ່ ເພີ່ມຕື່ມໄດ້.
ທີ່ມາ: ຄວາມສະຫງົບ