“ພູຂ້ອງ” ຕັ້ງຢູ່ໃນ ເຂດປ່າສະຫງວນແຫ່ງຊາດພູຊຽງທອງໃນເຂດບ້ານໃໝ່ສິງສຳພັນ ແລະ ບ້ານສຸລະ ເມືອງຊະນະສົມບູນ ແຂວງຈຳປາສັກເປັນປ່າດົງດິບທີ່ອຸດົມສົມບູນ ມີທັງພູຜາ ແລະ ຖ້ຳນ້ອຍ ທີ່ເໝາະສຳລັບຜູ້ທີ່ຮັກການຜະຈົນໄພ ແລະ ຢາກສຳຜັດອາກາດບໍລິສຸດ ຫຼື ອາດເວົ້າໄດ້ວ່າເປັນແຫຼ່ງທ່ອງທ່ຽວມໍລະດົກວັດທະນະທຳ–ທຳມະຊາດ.
ບໍ່ພຽງແຕ່ທຳມະຊາດງົດງາມ, ບ້ານດັ່ງກ່າວຍັງເປັນດິນແດນທີ່ຮັກສາປະເພນີ ແລະ ວັດທະນະທຳທ້ອງຖິ່ນໄວ້ຢ່າງດີ. ນັກທ່ອງທ່ຽວສາມາດໄປສຳຜັດບັນດາງານປະເພນີ ແລະ ວິຖີຊີວິດຊົນນະບົດໄດ້ທີ່ ບ້ານໃຫຍ່ຕົວເມືອງນ້ອຍ ບ່ອນນີ້ມີຄວາມເປັນມິດ ແລະ ຕ້ອນຮັບນັກທ່ອງທ່ຽວດ້ວຍຮອຍຍິ້ມອັນອົບອຸ່ນ. ບ້ານພັດທະນາສຸລະ ແມ່ນບ່ອນທີ່ລວມເອົາຫີນບູຮານ ແລະ ມໍລະດົກສຳຄັນຫຼາຍຢ່າງໄວ້ ເປັນຕົ້ນ: ຫີນຫຼັກຄອນ ແລະ ຫີນສີລາຈາລຶກ ທີ່ເປັນຫຼັກຖານປະຫວັດສາດອັນມີຄ່າ, ຫີນຫົງ ແລະ ຫີນຮູບດອກເຫັດ ທີ່ຖືກສ້າງຮູບຮ່າງໂດຍທຳມະຊາດແບບແປກປະຫຼາດ ແລະ ອື່ນໆ.
ສະຖານທີ່ຫີນເຫຼົ່ານີ້ບໍ່ພຽງແຕ່ງົດງາມທາງທຳມະຊາດ ແຕ່ຍັງຊ່ວຍເຮັດໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ປະຫວັດສາດ ແລະ ຄຸນຄ່າວັດທະນະທຳຂອງທ້ອງຖິ່ນ.
ທີ່ມາ: ດາວພະຈັນ ໄຊຍະວົງ