Vientiane Times Lao
ປກສ ແຂວງບໍ່ແກ້ວ ຢຶດຢາບ້າໄດ້ 6 ລ້ານເມັດ

ປກສ ແຂວງບໍ່ແກ້ວ ຢຶດຢາບ້າໄດ້ 6 ລ້ານເມັດ

ເຈົ້າໜ້າທີ່ ປກສ ແຂວງ ບໍ່ແກ້ວຢຶດຢາເສບຕິດປະເພດຢາບ້າທັງໝົດ 3.000 ມັດ, ເທົ່າກັບ 6.000.000 ເມັດ (6 ລ້ານເມັດ), ນໍ້າໜັກ 600 ກິໂລກຼາມ ໃນມື້ວານນີ້ (18/8/2025) ໂດຍຊຸກເຊື່ອງຢູ່ໃນລົດກະບະຣີໂວ້ສີຂາວ ບໍ່ຕິດປ້າຍທະບຽນ ແຕ່ຜູ້ຂັບຂີ່ລົດຄັນດັ່ງກ່າວໄດ້ເອົາຕົວຫຼົບໜີ.

ກ່ອນຈະຢຶດຢາບ້າຈໍານວນດັ່ງກ່າວໄດ້ຍ້ອນເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີລົດສົງໄສວ່າມີຢາເສບຕິດອອກມາແຕ່ທາງບ້ານ ນໍ້າຍອນ ເຂົ້າມາທາງໃນເທດສະບານແຂວງ, ຮອດເວລາ 17 ໂມງ 50 ນາທີ ເຈົ້າໜ້າທີ່ພະແນກວິຊາສະເພາະຈຶ່ງໄດ້ແຕ່ງຕັ້ງກໍາລັງໄປຕັ້ງຈຸດກວດກາຢູ່ລະຫ່ວາງບ້ານ ຂອນແກ້ວ-ບ້ານໜອງຊາຍ ໃນຄະນະທີ່ພວມຕັ້ງຈຸດກວດການັ້ນ ໄດ້ມີລົດກະບະຣີໂວ້ສີຂາວ ບໍ່ຕິດປ້າຍທະບຽນແລ່ນມາແຕ່ທາງນ້ຳຍອນ ໄດ້ລ້ຽວເຂົ້າໄປທາງໃນບ້ານ ໜອງຊາຍ, ເຈົ້າໜ້າທີ່ຈຶ່ງໄດ້ຂັບລົດນຳເຂົ້າໄປ ແລ້ວພົບເຫັນລົດຄັນດັ່ງກ່າວຈອດປະໄວ້ຢູ່ແຄມນໍ້າຂອງ ສ່ວນເປົ້າໝາຍເປັນເພດຊາຍຈຳນວນ 01 ຄົນອອກຈາກລົດເອົາຕົວຫຼົບໜີເຂົ້າໄປໃນປ່າແຄມນໍ້າຂອງ, ເຈົ້າໜ້າທີ່ໄດ້ກວດໃນລົດຈຶ່ງພົບຢາບ້າຈໍານວນດັ່ງກ່າວ.

ປັດຈຸບັນ, ເຈົ້າໜ້າທີ່ພະແນກຕຳຫຼວດວິຊາສະເພາະພວມສືບຕໍ່ເກັບກຳຂໍ້ມູນເພື່ອຊອກຫາຜູ້ກະທຳຜິດມາດຳ

Related Articles

Leave a Reply