ເຈົ້າໜ້າທີ່ ວິຊາສະເພາະພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄໍາໄຊ ໄດ້ຢຶດຢາເສບຕິດປະເພດຢາບ້າ ຈໍານວນ 2 ລ້ານເມັດຢູ່ແຄມນໍ້າຂອງເຂດບ້ານ ນາຄໍາ ເມືອງທ່າພະບາດ ແຂວງບໍລິຄຳໄຊ ພ້ອມຜູ້ຖືກຫາ 2 ຄົນ ແລະ 3 ຄົນເອົາຕົວຫຼົບໜີ.
ກ່ອນຈະຢຶດໄດ້ຢາບ້າ ແລະ ຜູ້ຖືກຫາຈໍານວນດັ່ງກ່າວຍ້ອນໃນວັນທີ 18 ສິງຫາ 2025 ທີ່ຜ່ານມາ ເວລາປະມານ 19 ໂມງເຈົ້າໜ້າທີ່ ວິຊາສະເພາະພະແນກສະກັດກັ້ນ ແລະ
ຕ້ານຢາເສບຕິດ ປກສ ແຂວງບໍລິຄໍາໄຊ ໄດ້ອອກເຄື່ອນໄຫວກວດກາລາດຕະເວນ
ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ
ຕາມເສັ້ນທາງເລກທີ 13 ໃຕ້, ແຕ່ເມືອງປາກຊັນ ຫາ ເມືອງທ່າພະບາດ
ແຂວງບໍລິຄໍາໄຊ; ພໍໄປຮອດໜອງໝາກຈັບ ເຂດບ້ານໂພນສະຫວັນ ເມືອງ ທ່າພະບາດ ໄດ້ພົບເຫັນລົດຈິບ
ຟໍຈູນເນີ ສີຂາວ ໝາຍເລກທະບຽນ ລຍ 5699 ກຳແພງນະຄອນ ເຊິ່ງເປັນລົດຕ້ອງສົງໄສເຄື່ອນໄຫວໄປມາແບບຜິດປົກກະຕິ
ແລ້ວເຫັນລົດຄັນດັ່ງກ່າວໄດ້ແລ່ນເຂົ້າໄປທາງບ້ານນາຄໍາ ເມືອງ ທ່າພະບາດ, ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມໄປໄດ້ໄລຍະໜຶ່ງ
ເຫັນຜູ້ຂັບຂີ່ ຈອດລົດແລ້ວມີຜູ້ຊາຍ 4 ຄົນ ໄດ້ພາກັນມາຂົນຍ້າຍເອົາເປົາສີຂາວ ຈໍານວນ 5 ເປົາ ລົງຈາກລົດຟໍຈູນເນີ ໄປໃສ່ລົດໄຖນາເດີນຕາມ
ຈາກນັ້ນຜູ້ຂັບຂີ່ລົດຟໍຈູນເນີໄດ້ຂັບລົດອອກໄປ ທາງ 13 ໃຕ້ ແລ່ນມຸ່ງໜ້າໄປທາງເມືອງປາກຊັນ, ສ່ວນຜູ້ຊາຍອີກ 4 ຄົນໄດ້ພາກັນຂັບຂີ່ລົດໄຖນາເດີນຕາມໄປຫາປ່າ
ແຄມນໍ້າຂອງເຂດບ້ານ ນາຄໍາ ເມືອງທ່າພະບາດ, ເມື່ອໄປຮອດກໍ່ໄດ້ຂົນຍ້າຍເປົາໃສ່ເຄື່ອງຈຳນວນ 5 ເປົາໄປຊຸກເຊື່ອງໄວ້ໃນປ່າ. ຈາກນັ້ນ, ອີກຄົນໜຶ່ງໄດ້ຂັບຂີ່ລົດໄຖນາເດີນຕາມອອກໄປ, ສ່ວນອີກ 03 ຄົນໄດ້ພາກັນຢືນເຝົ້າເຄື່ອງ, ເມື່ອເຈົ້າໜ້າທີ່ສັງເກດເຫັນທ່າທາງພວກຄົນເຫຼົ່ານັ້ນມີພິລຸດສົງໄສຊຸກເຊື່ອງສີ່ງທີ່ຜິດກົດໝາຍ
ຈຶ່ງຈະເຂົ້າກວດຄົ້ນ, ທັງ3
ຄົນເມື່ອເຫັນເຈົ້າໜ້າທີ່ຕຳຫຼວດ, ພວກກ່ຽວ ໄດ້ເອົາຕົວຫຼົບໜີເຂົ້າປ່າໄປ.
ຜ່ານການກວດຄົ້ນພົບເຫັນຢາບ້າ ຈໍານວນ 2,114,000 ເມັດ ນໍ້າໜັກ 251 ກິໂລກຣາມ, ທີ່ບັນຈຸຢູ່ໃນເປົາຈຳນວນ 05 ໜ່ວຍ ຈຶ່ງໄດ້ຮີບຮ້ອນຕິດຕາມເຂົ້າກັກຕົວ ຄົນຂັບລົດໄຖນາເດີນຕາມຮູ້ຊື່ ທ້າວ ທິບພະຈັນ ໄຊຍະລາດ ( ສີ ) ອາຍຸ 39 ປີ ຢູ່ບ້ານນາຄໍາ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ພ້ອມກັບລົດໄຖນາເດີນຕາມ 01 ຄັນ, ປືນແກັບ 01 ກະບອກ, ໂທລະສັບ 02 ໜ່ວຍ.
ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະໄດ້ຈັດຕັ້ງກຳລັງຕິດຕາມ ສະກັດລັດລົດຈິບ ຟໍຈູນເນີ ໝາຍເລກທະບຽນ ລຍ 5699 ກຳແພງນະຄອນ ຢ່າງຮີບດ່ວນ, ຮອດເວລາ 22 ໂມງ 30 ນາທີ ຂອງວັນດຽວກັນ ເຈົ້າໜ້າທີ່ວິຊາສະເພາະຈຶ່ງເຂົ້າກັກລົດຄັນດັ່ງກ່າວໄດ້ຢູ່ເຂດເທດສະບານເມືອງ ປາກຊັນ, ພ້ອມກັກຕົວຜູ້ຂັບຂີ່ທີ່ຊື່ ທ້າວ ໂດ່ ບຸນສະຫວັນ ອາຍຸ 30 ປີຢູ່ບ້ານປາກກະດິງເໜືອ ເມືອງປາກກະດິງ ແຂວງ ບໍລິຄຳໄຊ, ພາຍໃນລົດກວດກາພົບເຫັນ, ປືນສັ້ນ ຈໍານວນ 01 ກະບອກ ພ້ອມລູກກະສູນ ຈໍານວນ 10 ລູກ, ໂທລະສັບ 01 ໜ່ວຍ.
ຜ່ານການ ສືບສວນ-ສອບສວນ ໃນເບື້ອງຕົ້ນ ພວກກ່ຽວໄດ້ໃຫ້ການສາລະພາບວ່າຢາເສບຕິດຈຳນວນດັ່ງກ່າວແມ່ນຂອງພວກກ່ຽວ ເພື່ອຈະຂົນສົ່ງ ໄປປະເທດໃກ້ຄຽງ; ປັດຈຸບັນເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ກຳລັງເລັ່ງດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຄົ້ນຫາຈັບຕົວພວກຮ່ວມຂະບວນການ ພ້ອມທັງທ້ອນໂຮມຂໍ້ມູນ, ຫຼັກຖານ, ສະຫຼຸບເຂົ້າໃນສຳນວນ ສົ່ງຟ້ອງຕາມຂະບວນການຍຸຕິທຳ, ເພື່ອດໍາເນີນຄະດີຕາມລະບຽບກົດໝາຍຕໍ່ພວກກ່ຽວ.
ທີ່ມາຂ່າວ: ປກສ ແຂວງບໍລິຄຳໄຊ